ຕອນ​ເຊົ້າ​ວັນ​ທີ 6 ພະ​ຈິກ, ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອິດ​ມະ​ລາມ ອີ​ຣານ (IRGC) ​ຖະ​ແຫຼງວ່າ ​ໄດ້​ຍິງ​ເຮືອ​ບິນ​ສອບ​ແນມ​ບໍ່​ມີ​ຄົນ​ຂັບ (UAV) ​ຂອງກອງ​ທັບ ​ອາ​ເມ​ລິ​ກາ ຕົກຕື່ມ​ອີກ 2 ລຳ. ຕາມແຈ້ງການ​ໃຫ້​ຮູ້​ວ່າ UAV 2 ​ລຳ​ທີ່ຫາ​ກໍ່​ຖືກ​ຍິ​ງ​ຕົກ​ແມ່ນ​ປະ​ເພດ​ສອດແນມ​ການ​ທະ​ຫານ MQM-170. UAV ຖືກ​ຍິງ​ຕົກ​ເມື່ອ​ກຳ​ລັງ​ປະ​ຕິ​ບັດ​ການ​ກະ​ທຳ​ທີ່​ເປັນ​ປໍ​ລະ​ປັກ ຢູ່​ເທິງເຂດ​ເກາະ Qeshm, ພາຍ​ໃນ​ຊ່ອງ​ແຄບ​ທະ​ເລ Hormuz. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ຂໍ້​ມູນ​ອື່ນໆ​ບໍ່​ໄດ້​ເຕື້ອງ​ເຖິງ. ກ່ອນ​ໜ້າ​ນັ້ນ, ໃນ​ຕອນ​ບ່າຍ​ວັນ​ທີ 5 ພ​ະ​ຈິກ, IRGC ໄດ້​ຜັນ​ຂະ​ຫຍາຍ​ການ​ສູ້​ຮົບ​ທາງ​ເອ​ເລັກ​ໂຕ​ນິກ ເພື່ອ​ຄວບ​ຄຸມ ແລະ ເກັບ​ UAV ​ຂອງກອງ​ທັບ ​ອາ​ເມ​ລິ​ກາ, ຢູ່​ຊ່ອງ​ແຄບ​ທະ​ເລ Hormuz ໄດ້ 2 ລຳ.