IMFໄດ້ຮັບໃບສະເຫນີຂໍຕໍ່ກຳນົດເວລາໃຊ້ຫນີ້ຂອງເກຼັກ
01/07/2015 11:05
(vovworld)- ພາຍຫລັງການປະຊຸມດ່ວນທາງໂທລະສັບໃນຄ່ຳຄືນວັນທີ 30/6

ນາຍົກລັດຖະມົນຕີ ເກຼັກAlexis Tsipras ພາບ:vnexpress.net/ (vovworld)- ພາຍຫລັງການປະຊຸມດ່ວນທາງໂທລະສັບໃນຄ່ຳຄືນວັນທີ 30/6 ຕາມເວເລຫວຽດນາມ, ກຸ່ມບັນດາລັດຖະມົນຕີການເງິນຂອງພາກພື້ນໃຊ້ສະກຸນເງິນລວມ ເອີລົບ ໄດ້ປະຕິເສດຂໍ້ສະເຫນີໃນວີນາທີສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ເກຼັກ Alexis Tsipras ກ່ຽວກັບການຕໍ່ກຳນົດເວລາໂຄງການກູ້ຊ່ວຍປະເທດນີ້. ກ່ອນຫນ້ານັ້ນໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Tsipras ໄດ້ສະເຫນີບ້ວງເງິນກູ້ຊ່ວຍທີ 3 ລວມມູນຄ່າກວ່າ 29 ຕື້ ເອີໂຣ ເພື່ອຮັບໃຊ້ບັນດາຄວາມຕ້ອງການການເງິນຂອງ ເກຼັກ ໃນສອງປີຈະມາເຖິງ ແລະ ສ້າງໂຄງປະກອບບັນດາບ້ວງຫນີ້ຂອງເກຼັກ ຄືນໃຫມ່. ເຖິງຢ່າງໃດກໍຕາມ, ເຈົ້າຫນ້າທີ່ ເອີລົບ ຫລາຍທ່ານ ໄດ້ປະຕິເສດຂໍ້ສະເຫນີດັ່ງກ່າວຂອງ ເກຼັກ, ແຕ່ບາງທ່ານລະແວງສົງໄສວ່າ ທ່ານ Tsipras ຍົກອອກຂໍ້ສະເຫນີດັ່ງກ່າວ ເພື່ອປັບປຸງທີ່ຕັ້ງຂອງຕົນກ່ອນທີ່ລົງປະຊາມະຕິຢູ່ ເກັຼັກ ໃນວັນທີ 5/7 ຈະມາເຖິງ ກ່ຽວກັບບັນດາເງື່ອນໄຂຮັດເຄັ່ງຂອງບັນດາເຈົ້າຫນີ້ເພື່ອແລກເອົາບ້ວງກູ້ຊ່ວຍໃຫມ່.
TAG
vovworld/ບ້ວງເງິນ
Related






