ISໄດ້ສັງຫານກ່ວາ3.000ຄົນຢູ່ຊີຣີ
29/06/2015 06:50
ພາຍຫຼັງໜຶ່ງປີນັບແຕ່ກຸ່ມ “ລັດອິດສະລາມ” (IS) ອ້າງຊື່ເອງຖະແຫຼງສ້າງຕັ້ງ ລາຊະອານາຈັກ ອິດສະລາມ ເມື່ອວັນທີ 29/6/2014, ກຳລັງຫົວຮຸນແຮງນີ້ໄດ້ສັງຫານຊາວຊີຣີ ກ່ວາ 3.000 ຄົນ.

(vovworld) - ພາຍຫຼັງໜຶ່ງປີນັບແຕ່ກຸ່ມ “ລັດອິດສະລາມ” (IS) ອ້າງຊື່ເອງຖະແຫຼງສ້າງຕັ້ງ ລາຊະອານາຈັກ ອິດສະລາມ ເມື່ອວັນທີ 29/6/2014, ກຳລັງຫົວຮຸນແຮງນີ້ໄດ້ສັງຫານຊາວຊີຣີ ກ່ວາ 3.000 ຄົນ. ນີ້ແມ່ນເອກະສານສະຖິຕິໂດຍອົງການຕິດຕາມສິດທິມະນຸດ ຊີຣີ (SOHR) ປະກາດໃນວັນທີ 28/6. ໃນຈຳນວນຜູ້ຖືກ IS ເຂັ່ນຂ້ານັ້ນມີສາມັນຊົນເກືອບ 1.800 ຄົນ. SOHR ໃຫ້ຮູ້ຕື່ມອີກວ່າ: IS ຍັງສັງຫານສະມາຊິກຂອງກຸ່ມນີ້ 143 ຄົນຍ້ອນຖືກກ່າວຫາລະເມີດກົດໝາຍ ແລະ ເປັນນັກສືບ. ກໍ່ຕາມ SOHR ແລ້ວ, ຢ່າງໜ້ອຍສຸດມີທະຫານກະບົດ IS 8.000 ຄົນເສຍຊີວິດໃນບັນດາການປະທະກັນ ແລະ ບັນດາການບຸກໂຈມຕີທາງອາກາດໂດຍ ອາເມລິກາ ບັນຊາ.
TAG
vovworld/vov/ເສຍຊີວິດ
Related





