ການປະທະກັນ ລະຫວ່າງ ອິດສະຣາແອັນ, ອີຣານ ສືບຕໍ່ເຄັ່ງຕຶງ
28/03/2026 07:52
(VOVWORLD) - ໃນວັນທີ 27 ມີນາ, ກຳລັງປ້ອງກັນ ອິດສະຣາແອັນ (IDF) ຢັ້ງຢືນໄດ້ບຸກໂຈມຕີຖານທີ່ໝັ້ນທະຫານເຮືອສຳຄັນຂອງ ອີຣານ ຢູ່ນະຄອນ Yazd, ພາກກາງ ອີຣານ.

ຕາມ IDF ແລ້ວ, ນີ້ແມ່ນສະຖານທີ່ ເຊິ່ງ ເຕເຮຣານ ນຳໃຊ້ເພື່ອສ້າງແຜນການ, ພັດທະນາ, ຕິດຕັ້ງ ແລະ ເກັບຮັກສາບັນດາລຸກສອນໄຟທີ່ທັນສະໄໝ ແນໃສ່ຈຸດປະສົງຍິງບັນດາເປົ້າໝາຍເດີນທະເລເຄື່ອນທີ່ ແລະ ຄົງທີ່. ທ່ານ Israel Katz ລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອັນ ຖະແຫຼງວ່າ ບັນດາເຫດບຸກໂຈມຕີທາງອາກາດເລັ່ງໃສ່ ອີຣານ ຈະໄດ້ “ຮັບການເພີ່ມທະວີ ແລະ ເປີດກວ້າງໄປສູ່ບັນດາເປົ້າໝາຍເພີ່ມເຕີມ”. ທ່ານ Katz ໃຫ້ຮູ້ວ່າ ຂໍ້ຕົກລົງນີ້ ໄດ້ຍົກອອກມາພາຍຫຼັງທີ່ ອີຣານ ສືບຕໍ່ບັນດາເຫດບຸກໂຈມຕີຍຸຕິທຳດ້ວຍລູກສອນໄຟເລັ່ງໃສ່ ອິດສະຣາແອັນ. ໃນຂະນະນັ້ນ, ຝ່າຍ ອີຣານ ກ່າວຫາບັນດາເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ແລະ ອິດສະຣາແອັນ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຕໍ່ບັນດາມໍລະດົກວັດທະນະທຳຂອງປະເທດນີ້.
TAG
VOV/VOVworld/ການປະທະກັນ ລະຫວ່າງ ອິດສະຣາແອັນ/ອີຣານ ສືບຕໍ່ເຄັ່ງຕຶງ
Related
More




