ການເຈລະຈາລະຫວ່າງ ອາເມລິກາ - ອີຣານ ບໍ່ບັນລຸໄດ້ຂໍ້ຕົກລົງ
12/04/2026 09:47
[VOVWORLD] - ຕາມທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ແລ້ວ, ອີຣານ ໄດ້ປະຕິເສດບັນດາເງື່ອນໄຂຂອງ ອາເມລິກາ

14-_xung_dot.jpg ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ (ພາບ: AP) ບັນ ດາ ການ ເຈ ລະ ຈາ ແບບເຊິ່ງໜ້າ ລະ ຫວ່າງ ອາ ເມ ລິ ກາ ແລະ ອີ ຣານ ຢູ ່ ນະ ຄອນ ຫຼວງ Islamabad ( ປາ ກິດ ສະ ຖານ) ໄດ້ ສິ້ນ ສຸດ ລົງ ໃນ ຕອນ ເຊົ້າ ວັນ ທີ 12 ເມ ສາ , ພາຍ ຫຼັງທີ່ເຮັດ ວຽກມາເປັນເວລາ 21 ຊົ່ວ ໂມງ ແຕ່ບໍ່ ບັນ ລຸ ໄດ້ ຂໍ້ ຕົກ ລົງ , ໃນ ສະ ພາບ ທີ່ 2 ຝ່າຍ ຍັງ ມີ ຄວາມບໍ່ ລົງ ລອຍ ກັນ ຫຼາຍ ຢ່າງ. ຕາມ ທ່ານ JD Vance ຮອງ ປະ ທາ ນາ ທິ ບໍ ດີ ອາ ເມ ລິ ກາ ແລ້ວ , ອີ ຣານ ໄດ້ ປະ ຕິ ເສດ ບັນ ດາ ເງື່ອນ ໄຂ ຂອງ ອາ ເມ ລິ ກາ , ໃນ ນັ້ນ ມີ ຄວາມ ຮຽກ ຮ້ອງ ຫຼັກ ໆ ແມ່ນ ເຕ ເຮ ຣານ ຕ້ອງ ໃຫ້ ຄຳ ໝັ້ນ ສັນ ຍາບໍ່ ພັ ດ ທະ ນາ ອາ ວຸດ ນິ ວ ເຄຼຍ , ກໍ່ ຄືບໍ່ ເດີນ ຕາມ ບັນ ດາ ກຳ ລັງ ຄວາມ ສາ ມາດ ທີ່ອະ ນຸ ຍາດ ໃຫ້ບັນລຸ ອາ ວຸດ ນີ້ ໂດຍ ໄວ. ທ່ານ ເນັ້ນ ໜັກ ວ່າ ນີ້ ແມ່ນ ເປົ້າ ໝາຍ ຫຼັກໆ ຂອງ ທ່ານ Donald Trump ປະ ທາ ນາ ທິ ບໍ ດີ ອາ ເມ ລິ ກາ ໃນ ວິ ວັດ ການ ເຈ ລະ ຈາ. ກ່ອນໜ້ານັ້ນ, ບັນ ດາ ການ ເຈ ລະ ຈາ ລະ ຫວ່າງ ອາ ເມ ລິ ກາ ແລະ ອີ ຣານ ຢູ່ ນະ ຄອນ ຫຼວງ Islamabad ຂອງ ປາ ກິດ ສະ ຖານ ໃນ ວັນ ທີ 11 ເມ ສາ ພວມ ຕົກ ເຂົ້າ ສູ່ ສະ ພາບບໍ່ ມີ ທາງ ອອກ , ເປັນ ຕົ້ນ ແມ່ນຍ້ອນ ຄວາມບໍ່ ລົງ ລອຍ ກັນ ກ່ຽວ ຂ້ອງ ເຖິງ ຊ່ອງ ແຄບ ທະ ເລ Hormuz, ເສັ້ນ ທາງ ຂົນ ສົ່ງ ຍຸດ ທະ ສາດ ກວມ ເອົາ ປະ ມານ 20% ປະ ລິ ມານ ນ້ຳ ມັນ ຂອງ ທົ່ວ ໂລກ. ບັນ ດາ ການ ເຈ ລະ ຈາ ແກ່ ຍາວ ເປັນ ເວ ລາ ຫຼາຍ ຊົ່ວ ໂມງ ແລະ ຄາດ ວ່າ ຈະໄດ້ສືບຕໍ່ດຳເນີນ ໝົດ ຄືນ , ແຕ່ກໍ່ ຍັງ ບໍ່ ທັນ ບັນ ລຸ ບາດ ກ້າວ ບຸກ ທະ ລຸ ຢ່າງ ຈະ ແຈ້ງ. ທຳ ນຽບ ຂ າວ ຢັ້ງ ຢືນ ວ່າ 2 ຝ່າຍ ໄດ້ ດຳ ເນີນ ການ ເຈ ລະ ຈາ ແບບເຊິ່ງໜ້າ , ເຊິ່ງ ແມ່ນ ເຫດ ການຂັ້ນ ສູງ ທີ່ ຫາ ຍາກລະ ຫວ່າງ ອາ ເມ ລິ ກາ ແລະ ອີ ຣານ. ໃນ ຂະ ນະ ທີ່ ຝ່າຍ ອີ ຣານ ໃຫ້ ຮູ້ ວ່າ ບັນ ດາ ນັກ ຊ່ຽວ ຊານ ຂອງ 2 ຝ່າຍໄດ້ຫັນ ໄປ ສູ່ ການ ແລກ ປ່ຽນ ເອ ກະ ສານ ພາຍ ຫຼັງ ການ ພົບ ປະ ແບບເຊິ່ງໜ້າ ເປັນ ຄັ້ງ ທຳ ອິດ.
TAG
VOV/VOVWORLD/ຂັ້ນສູງ/ຫາຍາກ/ຊ່ອງແຄບ
Related





