ການແຫ່ຂະບວນປະທ້ວງ ຄັດຄ້ານລັດຖະບານຢູ່ ບາງກອກ
29/03/2014 08:52
(vovworld)- ວັນທີ 29/3, ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄທ ນັບພັນຄົນ ໄດ້ລົງຖະໜົນສາຍຕ່າງໆຢູ່ນະຄອນຫຼວງບາງກອກ ດ້ວຍຈຸດປະສົງບັງຄັບທ່ານນາງ ນາຍົກລັດຖະມົນຕີ ຍິ່ງຮັກ ຊີນນະວັດ ຕ້ອງລາອອກຈາກຕຳແໜ່ງ.

(ພາບ: nhandan.com.vn) (vovworld)- ວັນທີ 29/3, ຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄທ ນັບພັນຄົນ ໄດ້ລົງຖະໜົນສາຍ ຕ່າງໆຢູ່ນະຄອນຫຼວງບາງກອກ ດ້ວຍຈຸດປະສົງບັງຄັບທ່ານນາງ ນາຍົກລັດຖະມົນຕີ ຍິ່ງຮັກ ຊີນນະວັດ ຕ້ອງລາອອກຈາກຕຳແໜ່ງ. ບັນດາຜູ້ແຫ່ຂະບວນປະທ້ວງຢັນຄືນຄືນໃໝ່ບັນດາຄຳຮຽກຮ້ອງທວງໃຫ້ລັດຖະບານຂອງທ່ານນາງ ຍິ່ງຮັກ ຊີນນະວັດ ຕ້ອງມອບສິດອຳນາດໃຫ້ສະພາຊົ່ວຄາວ ຊື່ງແມ່ນອົງການຈະຍົກອອກບັນດາມາດຕະການປະຕິຮູບຕ້ານການສໍ້ລາດບັງຫຼວງ. ການແຫ່ຂະບວນປະທ້ວງຄັ້ງນີ້ດຳເນີນໄປ ພາຍຫລັງທີ່ກະແສຟອງແຫ່ຂະບວນ ປະທ້ວງໃນຖະໜົນຕ້ານລັດຖະບານໄດ້ເກີດຂຶ້ນເມື່ອ 4 ເດືອນກ່ອນໄດ້ຫລຸດລົງໂດຍຊົ່ວຄາວ ແລະ ໃນສະພາບການທີ່ຫາງສຽງນັບມື້ນັບມີຄວາມວິຕົກກັງວົນກ່ຽວກັບສະພາບການໃຊ້ຄວາມຮຸນແຮງລະຫວ່າງບັນດາຜູ້ສະໜັບສະໜູນ ແລະ ຜູ້ຄັດຄ້ານທ່ານນາງ ຍິ່ງຮັກ ຊີນນະວັດ ຜູ້ທີ່ໄດ້ປະຕິເສດການລາອອກຈາກຕຳແໜ່ງ./.
TAG
Vovworld/vov/ແຫ່ຂະບວນປະທ້ວງ/ຄັດຄ້ານລັດຖະບານຢູ່ ບາງກອກ
Related





