VOV WorldVOV World
ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ
11/04/2026 09:27
[VOVWORLD] - ງານບຸນປະເພນີຂອງບັນດາປະເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບລະຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ
ການເຄື່ອນໄຫວຟົດຟື້ນມ່ວນຊື່ນທີ່ງານບຸນປີໃໝ່ບັນດາປະເທດ ກຳປູເຈຍ, ລາວ, ໄທ ຢູ່ນະຄອນ ໂຮ່ຈິມິນ
Các nhà sư thực hiện nghi thức Phật giáo cầu an, chúc phúc tại Tết cổ truyền của Campuchia, Lào, Thái Lan. Ảnh: Xuân Khu/TTXVN ງານບຸນປະເພນີ​ຂອງ​ບັນ​ດາ​ປະ​ເທດ ກຳປູເຈຍ, ລາວ, ໄທ (ພາບ: TTXVN)         ຕອນເຊົ້າວັນທີ 11 ເມສາ, ຢູ່ວັດ ໂຝມິງ, ນະຄອນ ໂຮ່ຈິມິນ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈິມິນ (HUFO) ໄດ້ສົມທົບຄະນະພຸດທະສາສະໜາສາກົນ ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນ ໂຮ່ຈິມິນ ຈັດຕັ້ງງານບຸນ Chol Chhnam Thmey ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, ບຸນສົງການ ຂອງ ໄທ.         ງານບຸນປະເພນີ​ຂອງ​ບັນ​ດາ​ປະ​ເທດ ກຳປູເຈຍ, ລາວ, ໄທ ທີ່ນະຄອນ ໂຮ່ຈິມິນ ໄດ້ຮັບການຈັດຕັ້ງປະຈຳປີ, ເຊິ່ງສະແດງໃຫ້ເຫັນນ້ຳໃຈມິດຕະພາບ​ລະ​ຫວ່າງປະຊາຊົນບັນດາປະເທດໃນ ອາຊຽນ, ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງ ຫວຽດນາມ ກັບບັນດາປະເທດບ້ານໃກ້ເຮືອງຄຽງໃຫ້ຫຼາຍກວ່າອີກ, ເພີ່ມທະວີການແລກປ່ຽນວັດທະນະທຳ, ການຮ່ວມມືຫຼາຍດ້ານລະຫວ່າງປະຊາຊົນ ຫວຽດນາມ ເວົ້າລວມ ກໍ່ຄືປະຊາຊົນນະຄອນ ໂຮ່ຈິມິນ ເວົ້າສະເພາະ ກັບບັນດາປະເທດ.         ເນື່ອງໃນໂອກາດນີ້, ວັນທີ 12 ເມສາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ໂຮ່ຈິມິນ ກໍ່ຈະຈັັດຕັ້ງງານ​ບຸນ​ແຂ່ງ​ຂັນ​ກິ​ລາ​ງານ​ບຸນ​ປີ​ໃໝ່ ກຳ​ປູ​ເຈຍ - ລາວ ປີ 2026 ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ ແລະ​ ປະ​ຊາ​ຄົມ​ຊາວ ກຳ​ປູ​ເຈຍ - ລາວ ທີ່​ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽ​ນ, ເຮັດ​ວຽກ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ.
TAG
VOV/VOVWORLD/ປະກອບ/ຊຸກຍູ້/ເຂົ້າໃຈ/ເພີ່ມທະວີ/ວັດທະນະທຳ