ການເຄື່ອນໄຫວ“ຕາມຮອຍຕີນປະທານໂຮ່ຈີມີນ”ຢູ່ລາວແລະໄທ
15/05/2015 10:37
(vovworld)- ແຕ່ວັນທີ 17-21/5 ເນື່ອງໃນໂອກາດສະເຫລີມສະຫລອງ 125 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມີນ

ປະທານໂຮ່ຈິມີນ ແລະ ປະທານໄກສອນ ພົມວິຫານ ພາບເອກະສານ (vovworld)- ແຕ່ວັນທີ 17-21/5 ເນື່ອງໃນໂອກາດສະເຫລີມສະຫລອງ 125 ປີແຫ່ງວັນຄ້າຍວັນເກີດຂອງທ່ານປະທານໂຮ່ຈີມີນ, ສະມາຄົມມິດຕະພາບຫວຽດນາມ-ລາວ, ສະມາຄົມມິດຕະພາບຫວຽດນາມ-ໄທ, ສະມາຄົມມິດຕະພາບລາວ -ຫວຽດນາມ ແລະ ສະມາຄົມມິດຕະພາບໄທ- ຫວຽດນາມ ໄດ້ສົມທົບກັນຈັດຕັ້ງການເຄື່ອນໄຫວ “ຕາມຮອຍຕີນປະທານໂຮ່ຈິມີນ” ເພື່ອຊ່ວຍບັນດາຜູ້ຊົງຄຸນວຸດທິມິດຕະພາບຫວຽດນາມ,ລາວ ແລະ ໄທໄປເຖິງບັນດາສະຖານທີ່ຊື່ງທ່ານປະທານໂຮ່ຈີມີນ ມີໄລຍະເວລາເຄື່ອນໄຫວຢູ່ປະເທດລາວ ແລະ ໄທ. ຄະນະຜູ້ແທນ ດັ່ງກ່າວໂດຍທ່ານ ຫງວຽນທິຮ່ວາງເວີນ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ນຳຫນ້າ. ແລະກໍໃນໂອກາດນີ້ ຄະນະຜູ້ແທນຫວຽດນາມ ຈະໄປຢ້ຽມຢາມເຂດປູຊະນີຍະສະຖານປະທານ ໄກສອນ ພົມວິຫານ ຢູ່ ແຂວງ ສະຫວັນນະເຂດ.
TAG
vovworld/ມິດຕະພາບ
Related





