ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ60ປີແຫ່ງໄຊຊະນະດ້ຽນບຽນຝູ
05/05/2014 06:54
ກອງປະຊຸມສຳມະນາໄດ້ໄຈ້ແຍກ, ຕີລາຄາບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ປະທານ ໂຮ່ຈີມິນ ສຳລັບບັ້ນຮົບ ດ້ຽນບຽນຝູ...

ພາບປະກອບ (vovworld) – ຕອນເຊົ້າວັນທີ 5/5, ຢູ່ຮ່າໂນ້ຍ, ສະຖາບັນດິບວິທະຍາສາດ - ສັງຄົມ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນດ້ວຍຫົວຂໍ້ວ່າ: “ໄຊຊະນະ ດ້ຽນບຽນຝູ - ກຳລັງແຮງ ຫວຽດນາມ ແລະ ຂະໜາດຍຸກສະໄໝ”. ກອງປະຊຸມສຳມະນາໄດ້ໄຈ້ແຍກ, ຕີລາຄາບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ປະທານ ໂຮ່ຈີມິນ ສຳລັບບັ້ນຮົບ ດ້ຽນບຽນຝູ, ການປະກອບສ່ວນຂອງບັນດາກຳລັງ, ບັນດາທ້ອງຖິ່ນເຂົ້າໃນບັ້ນຮົບ ດ້ຽນບຽນຝູ ກໍ່ຄືການສະໜັບສະໜູນ, ການຊ່ວຍເຫຼືອຂອງປະຊາຄົມໂລກ ແລະ ການສົມທົບກັນສູ້ຮົບລະຫວ່າງປະຊາຊົນ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ. ກອງປະຊຸມສຳມະນາກໍ່ແມ່ນໂອກາດເພື່ອໃຫ້ບັນດານັກວິທະຍາສາດ, ວົງການນັກຄົ້ນຄ້ວາການທະຫານ ເຮັດໃຫ້ຄວາມໝາຍຂອງໄຊຊະນະ ດ້ຽນບຽນຝູສຳລັບການປະຕິວັດ ຫວຽດນາມ ພົ້ນເດັ່ນຂຶ້ນ, ກໍຄືຂະໜາດຍຸກສະໄໝຂອງໄຊຊະນະ ທີ່ພາໄປເຖິງການປ່ຽນແປງຍຸດທະສາດທົ່ວໂລກຂອງບັນດາປະເທດໃຫຍ່, ເປີດໄລຍະໃໝ່ດ້ວຍໄຊຊະນະຂອງຂະບວນການປົດປ່ອຍຊາດໃນທົ່ວໂລກ. ກ່ອນໜ້ານັ້ນ, ຕອນຄຳ່ວັນທີ 4/5, ຢູ່ ຮ່າໂນ້ຍ, ໄດ້ຈັດຕັ້ງລາຍການພົວພັນແລກປ່ຽນສິລະປະຄວາມໄວ້ເນື້ອເຊື່ອໃຈ ຫວຽດນາມ - ກຳລັງແຮງ ຫວຽດນາມ ດ້ວຍຫົວຂໍ້ວ່າ: “ດ້ຽນບຽນຝູ - ຂີດໝາຍແຫ່ງຍຸກສະໄໝ” ທີ່ໄດ້ວາດພາບໄລຍະປະຫວັດສາດທີ່ສະຫງ່າອົງອາດຂອງຊາດ ເຊິ່ງຈຸດສູງແມ່ນໄຊຊະນະ ດ້ຽນບຽນຝູ. ກໍ່ໃນວັນທີ 4/5, ຢູ່ແຂວງ ກວາງນີງ ໄດ້ຈັດຕັ້ງລາຍການ “ວັນບຸນ ດ້ຽນບຽນຝູ”, ເຊິ່ງດຶງດູດການເຂົ້າຮ່ວມຂອງນັກຮຽນນະຄອນ ຕາມກີ່ ເກືອບ 500 ຄົນ. ບັນດານ້ອງນັກຮຽນໄດ້ຊົມຟິມຮູບເງົາເອກະສານກ່ຽວກັບບັ້ນຮົບ ດ້ຽນບຽນຝູ, ພົບເອກ ຫວໍງວຽນຢາບ, ພົວພັນແລກປ່ຽນກັບບັນດານັກຮົບດ້ຽນບຽນໃນເມືອກ່ອນ, ເຂົ້າຮ່ວມການລະຫຼີ້ນ ຊອກຮູ້ຄວາມຮູ້ກ່ຽວກັບໄຊຊະນະ ດ້ຽນບຽນຝູ, ຢ້ຽມຢາມບັນດາຄອບຄົວນະໂຍບາຍ, ຄອບຄົວປະສົມກັບຄວາມຫຍຸ້ງຍາກເປັນພິເສດ. ທ່ານ ເລກົງຣີ, ຜູ້ອຳນວຍການສູນ ຊາວໜຸ່ມ - ເຍົາວະຊົນພາກກາງ ໃຫ້ຮູ້ວ່າ:
TAG
vovworld/vov/ດ້ຽນບຽນຝູ - ຂີດໝາຍແຫ່ງຍຸກສະໄໝ
Related






