ການເຄື່ອນໄຫວຫລາຍຢ່າງຕ້ອນຮັບປີໃຫມ່ຂອງຊາວຫວຽດນາມຢູ່ພາຍໃນແລະຕ່າງປະເທດ
02/01/2014 08:12
(vovworld)- ໂດຍເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບປີໃຫມ່ 2014 ຢູ່ພາຍໃນປະເທດ, ຕອນຄຳ່ວັນທີ 1/1 ຢູ່ ສະຫນາມຫລວງສູນວັດທະນະທຳກອງປະຊຸມແຂວງ ດ້ຽນບຽນ

(vovworld)- ໂດຍເຊື່ອມຕົວເຂົ້າກັບບັນຍາກາດຕ້ອນຮັບປີໃຫມ່ 2014 ຢູ່ພາຍໃນປະເທດ, ຕອນຄຳ່ວັນທີ 1/1 ຢູ່ ສະຫນາມຫລວງສູນວັດທະນະທຳກອງປະຊຸມແຂວງ ດ້ຽນບຽນ ໄດ້ດຳເນີນງານພົບປະແລກ່ປຽນສະແດງສິລະປະດ້ວຍຫົວຂໍ້“ດ້ຽນບຽນລະດູບານໃຫມ່”. ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວຕ້ອນຮັບເຫດການສຳຄັນຍິ່ງໃນປີ 2014 ນັ້ນແມ່ນ: ແຂວງ ດ້ຽນບຽນ ຈະສະເຫລີມສະຫລອງ 60 ປີແຫ່ງວັນໄຊຊະນະປະຫວັດສາດ ດ້ຽນບຽນຝູ (7/5/1954-7/5/2014). ທີ່ແຂວງ ກວ໋າງຫງາຍ, ຕອນຄຳ່ວັນທີ 1/1,ພະແນກວັດທະນະທຳກິລາ ແລະ ທ່ອງທ່ຽວ ແຂວງ ກວ໋າງຫງາຍ ຈັດຕັ້ງລາຍການ“ບ້ານເກີດເມືອງນອນ-ຝືກຝົນຫລໍ່ຫລອມສະຕິປັນຍາຄວາມເກັ່ງກ້າສາມາດ” ເພື່ອສ້າງກອງທຶນສົ່ງເສີມການຮຽນ, ຊ່ວຍເຫລືອນັກຮຽນ, ນັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ ຢູ່ບັນດາແຂວງພາກກາງ ແລະ ມອບຂອງຂວັນຊ່ວຍເຫລືອປະຊາຊົນທີ່ຖືກຜົນເສຍຫາຍຢ່າງຫນັກຫນ່ວງຈາກໄພນຳ້ຖ້ວມເມື່ອເດືອນ 11/2013 ຜ່ານມາ. ຊາວພຸດຫວຽດນາມ ຢູ່ຍີ່ປຸ່ນຈັດຕັ້ງພິທີພາວະນາຄວາມຢູ່ເຢັນເປັນສຸກ ສ່ວນຢູ່ ຍີ່ປຸ່່ນ, ສະມາຄົມຊາວພຸດຫວຽດນາມ ຢູ່ ຍີ່ປຸ່ນ ໄດ້ຈັດຕັ້ງພິທີພາວະນາຄວາມຢູ່ເຢັນເປັນສຸກໃນໂອກາດປີໃຫມ່ຢູ່ວັດ Nisshin Kutu ນະຄອນຫລວງ ໂຕກຽວ. ມີ ຊາວພຸດຫວຽດນາມ ປະມານ 100 ຄົນດຳລົງຊີວິດຢູ່ຍີ່ປຸ່ນໄດ້ເຂົ້າຮ່ວມ. ທູຮົ່ງ, ນັກສຶກສາຫວຽດນາມ ຢູ່ຍີ່ປຸ່ນ ໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວຄືພິທີ ພາວະນາຄວາມຢູ່ເຢັນເປັນສຸກຍາມຕົ້ນປີໃຫມ່ໄດ້ກາຍເປັນສິ່ງສຳຄັນໃນຊີວິດທາງດ້ານຈິດໃຈຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຫລາຍຄົນ. ໃນໂອກາດນີ້ ບັນດານັກຮຽນຫວຽດນາມຢູ່ຕ່າງປະເທດກໍໄດ້ຈັດຕັ້ງການພົບປະສັງສັນຕ້ອນຮັບປີໃຫມ່.
TAG
vovworld/vov/ຈັດຕັ້ງພິທີພາວະນາຄວາມຢູ່ເຢັນເປັນສຸກ
Related





