VOV WorldVOV World
ການເຄື່ອນໄຫວສະເລີມສະຫຼອງ60ປີໄຊຊະນະດ້ຽນບຽນຝູ
06/05/2014 10:36
ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ ​60 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ ​ແລະ ຕອບ​ສະໜອງ​ວັນຫໍພິພິດທະພັນ​ສາກົນ 18/5/2014...
ການເຄື່ອນໄຫວສະເລີມສະຫຼອງ60ປີໄຊຊະນະດ້ຽນບຽນຝູ
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ຢ້ຽມຢາມ​ຄອບຄົວນັກຮົບ​ເກົ່າ ຮ່ວາງວັນໄບ (vovworld) –ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ (7/5/1954-7/5/2014), ຕອນ​ບ່າຍ​ວັນ​ທີ 6/5, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ລົງ​ຢ້ຽມຢາມ​ນັກຮົບ​ເກົ່າ​ບາງ​ຄົນ, ຊຶ່ງ​ແມ່ນ​ບັນດາ​ຕົວ​ພະຍາ​ຫຼັກ​ຖານ, ປະກອບສ່ວນ​ໂດຍ​ກົງ​ເພື່ອ​ສ້າງ​ໃຫ້​ມີ​ໄຊຊະນະ​ດ້ຽນບຽນ​ຝູທີ່​ລື່ຊາ​ຜາກົດ​ກ່ອນ​ນີ້ 60 ປີ​ເຕັມ. ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ​ໄດ້​ຢືນຢັນ​ວ່າ ພັກ ​ແລະ ລັດ​ຍາມ​ໃດ​ກໍ​ຈົດ​ຈຳ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງບັນດາ​ນັກຮົບ​ເກົ່າ ​ແລະ ບັນດາ​ກຳລັງ​ໄດ້ ສ້າງ​ໃຫ້​ມີ​ໄຊຊະນະ​ດ້ຽນບຽນ​ຝູທີ່​ລື່ຊາ​ຜາກົດ. ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ້​ນຊາງ ຫວັງ​ວ່າ ບັນດາ​ນັກຮົບ​ເກົ່າສືບ​ຕໍ່​ສຶກສາ​ອົບຮົມ​ມູນ​ເຊື້ອ​ປະຕິວັດ​ໃຫ້​ຄົນ​ລຸ່ນໜຸ່ມ ​ແລະ ​ເຊື້ອ​ໝັ້ນ​ວ່າ ຈິດ​ໃຈ​ດ້ຽນບຽນ​ຝູ ຈະສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ່ນຄົນ​ຕ່າງໆ​ໃນ​ກິດຈະການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.
TAG
vovworld/vov/ໄຊຊະນະ

More