ການຕໍ່ສູ້ຕ້ານກໍ່ການຮ້າຍກ້າວເຂົ້າສູ່ໄລຍະໃຫມ່ອັນຕະລາຍແລະຍາກຄາດຄະເນໄດ້
12/05/2015 09:12
(vovworld)- ລັດຖະມົນຕີປະຊວງປອ້ງກັນຄວາມສະຫງົບພາຍໃນ ອາເມລິກາ Jeh Johnson ຮັບຮູ້ວ່າ

ກຳລັງ IS photo:internet (vovworld)- ລັດຖະມົນຕີປະຊວງປອ້ງກັນຄວາມສະຫງົບພາຍໃນ ອາເມລິກາ Jeh Johnson ຮັບຮູ້ວ່າ ການຕໍ່ສູ້ຕ້ານກໍ່ການຮ້າຍທົ່ວໂລກປະຈຸບັນ ໄດ້ກ້າວເຂົ້າສູ່ໄລຍະໃຫມ່ ດ້ວຍບໍລິເວນກວ້າງກວ່າ ແລະ ຍາກທີ່ຄາດຄະເນໄດ້. ເມື່ອຕອບຄຳຖາມຕໍ່ນັກຂ່າວຫວ່າງແລ້ວນີ້, ທ່ານລັດຖະມົນຕີ Jeh Johnson ຖືວ່າ: ຄວາມສ່ຽງກໍ່ການຮ້າຍທົ່ວໂລກ ໄດ້ກ້າວເຂົ້າໄລຍະໃຫມ່ ຍ້ອນພວກຫົວຮຸນແຮງ ມີຄວາມຮູ້ກ່ຽວກັບຂົງເຂດສື່ສານ ໄດ້ຮັບຜົນສຳເລັດໃນການຍຸແຍ່ຜູ້ໄປຕາມພວກເຂົາ. ທ່ານ Jeh Johnson ຖືວ່າ ຜົນສະທ້ອນຂອງອົງການ ລັດອິດສະລາມ IS ປະຈຸບັນ ໄດ້ກາຍຂອບເຂດບັນດາເຂດດິນແດນຂອງຕາເວັນອອກກາງ. ການຕໍ່ສູ້ຕ້ານກໍ່ການຮ້າຍ ໄດ້ກ້າວເຂົ້າສູ່ສະພາບແວດລ້ອມໃຫມ່ ເມື່ອບັນດາມືປືນ IS ແລະ ບັນດາກຸ່ມກໍ່ການຮ້າຍ ມີການພົວພັນຕິດຕໍ່ກັບເຄືອຂ່າຍ al Qaeda ທີ່ນຳໃຊ້ອິນເຕັດແນັດ ແລະ ບັນດາສື່ສັງຄົມອອນໄລຢ່າງມີປະສິດທິຜົນ ເພື່ອແຊກຊືມເຂົ້າເຂດດິນແດນຂອງປະເທດ ອາເມລິກາ, ຍຸແຍ່ຜູ້ໄປຕາມພວກເຂົາ.
TAG
vovworld/ກໍ່ການຮ້າຍ
Related





