ການນຳອາເມລິກາ,ອັງກິດໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານການກໍ່ການຮ້າຍ
17/01/2015 08:32
(vovworld)- ໃນການເຈລະຈາເມື່ອວັນທີ 16/1 ຢູ່ ອາເມລິກາ, ປະທານາທິບໍດີ ອາເມລິກາ B Obama ແລະນາຍົກລັດຖະມົນຕີ ອັງກິດ David Cameron

ປະທານາທິບໍດີ ອາເມລິກາ B Obama ແລະນາຍົກ ລັດຖະມົນຕີ ອັງກິດ David Cameron ພາບ:baomoi.com (vovworld)- ໃນການເຈລະຈາເມື່ອວັນທີ 16/1 ຢູ່ ອາເມລິກາ, ປະທານາທິບໍດີ ອາເມລິກາ B Obama ແລະນາຍົກລັດຖະມົນຕີ ອັງກິດ David Cameron ໄດ້ປຶກສາຫາລືຫລາຍບັນຫາ, ໃນນັ້ນ ມີການຮ່ວມມືຕ້ານການກໍ່ການຮ້າຍ, ວິກິດການຢູ່ ຢູແກຼນ, ການຕໍ່ສູ້ຕ້ານອົງການ ລັດອິດສະລາມ IS ຢູ່ ອີຣັກແລະ ຊີຣີ ແລະ ສະພາບການເສດຖະກິດທົ່ວໂລກ. ທ່ານປະທານາທິບໍດີ ອາເມລິກາ B Obama ຮຽກຮ້ອງເພີ່ມທະວີການຮ່ວມມືຂອງບັນດາບໍລິສັດເຕັກໂນໂລຊີ ກັບລັດຖະບານບັນດາປະເທດ, ດ້ານຫນຶ່ງເພື່ອຄົ້ນພົບບັນດາກົນອຸບາຍກໍ່ການຮ້າຍ, ດ້ານຫນຶ່ງບໍ່ລ່ວງລ້ຳສິດສ່ວນຕົວຂອງປະຊາຊົນ. ສ່ວນນາຍົກລັດຖະມົນຕີ ອັງກິດ ໝັ້ນໝາຍ ຮັກສາການພົວພັນສຳພັນທະມິດກັບ ອາເມລິກາ ແລະ ໃຫ້ຮູ້ວ່າ ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືເພື່ອດັບສູນ ອົງການອິດສະລາມ ຫົວຮຸນແຮງ IS ຢູ່ ອີຣັກ ແລະ ຊີຣີ.
TAG
vovworld/ລັດອິດສະລາມ
Related






