ການນຳພັກ,ລັດຫວຽດນາມໃຫ້ການຕ້ອນຮັບປະທານຄະນະກຳມະການເອົລົບ
26/08/2014 06:55
ທ່ານປະທານຄະນະກຳມະການ ເອີລົບ (EC) José Manuel Barroso ໄດ້ມາຢ້ຽມຢາມ ມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU) ຮ່າໂນ້ຍ

(vovworld) – ໂດຍສືບຕໍ່ການຢ້ຽມຢາມ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ, ວັນທີ 26/8, ທ່ານປະທານຄະນະກຳມະການ ເອີລົບ (EC) José Manuel Barroso ໄດ້ມາຢ້ຽມຢາມ ມະຫາວິທະຍາໄລເສດຖະກິດແຫ່ງຊາດ (NEU) ຮ່າໂນ້ຍ, ກ່າວຄຳເຫັນກັບນັກສຶກສາຂອງໂຮງຮຽນທີ່ໄດ້ຮັບໃນປະກາດສະນິຍະບັດ ປະລິຍາເອກກິຕິມະສັກ. ກ່ອນໜ້ານັ້ນ, ໃນວັນທີ 25/8, ທີ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈືອງເຕີນຊາງ ໃຫ້ການຕ້ອນຮັບທ່ານ Manuel Barroso. ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການ ເອີລົບ ຢັ້ງຢືນ ອີຢູ ຍາມໃດກໍ່ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ, 2 ຝ່າຍມີຫຼາຍກາລະໂອກາດ ແລະ ແງ່ຫວັງເພື່ອພັດທະນາການພົວພັນ. ສ່ວນທ່ານປະທານປະເທດ ເຈືອງເຕີນຊາງ ສະເໜີໃຫ້ປະທານຄະນະກຳມະການ ເອີລົບ ສະໜັບສະໜູນວິວັດການເຈລະຈາ ຫວຽດນາມ - ອີຢູ, ມຸ່ງໄປເຖິງການເຊັນສັນຍາການຄ້າເສລີໃນທ້າຍປີນີ້.
TAG
vovworld/vov/ຄະນະກຳມະການ/ນັກສຶກສາ
Related






