ການນຳສາກົນເຂົ້າຮ່ວມພິທີງານສົບອະດີດປະທານາທິບໍດີອາບຟຣີກາໃຕ້Mandela
10/12/2013 08:20
ພິທີງານສົບຂອງນັກວິລະຊົນປົດປ່ອຍຊາດ Nelson Mandela ຖືກຈັດຂຶ້ນຢ່າງສົມກຽດດ້ວຍຂອບຂະໜາດໃຫຍ່ໃນຕອນທ່ຽງວັນທີ 10/12...

ພາບປະກອບ (vovworld) – ພິທີງານສົບຂອງນັກວິລະຊົນປົດປ່ອຍຊາດ Nelson Mandela ຖືກຈັດຂຶ້ນຢ່າງສົມກຽດດ້ວຍຂອບຂະໜາດໃຫຍ່ໃນຕອນທ່ຽງວັນທີ 10/12, ຕາມເວລາທ້ອງຖີ່ນ, ຢູ່ສະໜາມຫຼວງ Soccer City ຢູ່ນະຄອນ Johannesburg, ເຊິ່ງແມ່ນບ່ອນທີ່ທ່ານ Mandela ປະກົດຕົວເປັນຄັ້ງສຸດທ້າຍ ຕໍ່ໜ້າປະຊາຊົນເນື່ອງໃນໂອກາດຈັດ World Cup 2010 ຢູ່ ອາບຟຣີກາໃຕ້. ພ້ອມກັບການເຄື່ອນໄຫວຕົ້ນຕໍ່ຢູ່ນະຄອນຫຼວງ Pretoria, ນະຄອນ Johannesburg ແລະ ບ້ານ Qunu ຢູ່ແຂວງ Cape ຕາເວັນອອກ, ພິທີງານສົບຍັງຖືກຈັດຂຶ້ນຢູ່ທັງ 9 ແຂວງ, ນະຄອນອື່ນອີກ. ຮອດຕອນເຊົ້າວັນທີ 9/12, ມີການນຳລັດ ຫຼື ລັດຖະບານປະເທດຕ່າງໆລວມ 91 ທ່ານຮັບຮູ້ຈະເຂົ້າຮ່ວມພິທີງານສົບອະດີດປະທານາທິບໍດີອາບຟຣີກາໃຕ້ Mandela. ໃນຈຳນວນການນຳສາກົນເຂົ້າຮ່ວມພິທີງານສົບມີທ່ານ: ປະທານາທິບໍດີ ອາເມລິກາ, ອິນເດຍ, ບຣາຊິນ, ນາຍົກລັດຖະມົນຕີ ອັງກິດ ແລະ ເຈົ້າຟ້າຊາຍ ອັງກິດ, ປະທານາທິບໍດີ ຝຣັ່ງ, ຮອງປະທານປະເທດ ຈີນ.... ຕອນເຊົ້າວັນທີ 9/12, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ດ່າວຫວຽດຈູງ, ຫົວໜ້າຫ້ອງວ່າການປະທານປະເທດ ທັງເປັນທູດພິເສດຂອງທ່ານປະທານປະເທດ ເຈືອງເຕີນຊາງ, ໄດ້ເດີນທາງໄປນະຄອນຫຼວງ Pretoria ເພື່ອເຂົ້າຮ່ວມພິທີງານສົບ.
TAG
vovworld/vov/ງານສົບ/Nelson Mandela
Related





