ການປະຕິຮູບກ່ຽວກັບພາສີຂາອອກຂາເຂົ້າຕາມທິດກະຈ່າງແຈ້ງ ແລະງ່າຍດາຍ
21/09/2015 11:19
(vovworld)- ໂດຍສືບຕໍ່ກອງປະຊຸມຄັ້ງທີ 41, ຕອນເຊົ້າວັນທີ 21/9, ຄະນະປະຈຳສະພາແຫ່ງຊາດຫວຽດນາມ....

ກອງປະຊຸມຄັ້ງທີ 41 ຄະນະປະຈຳສະພາແຫ່ງຊາດຫວຽດນາມ (vovworld)- ໂດຍສືບຕໍ່ກອງປະຊຸມຄັ້ງທີ 41, ຕອນເຊົ້າວັນທີ 21/9, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພາສີຂາອອກຂາເຂົ້າ(ສະບັບປັບປຸງ). ຜ່ານການປຶກສາຫາລື, ບັນດາສະມາຊິກໃນ ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ເຫັນດີຕໍ່ຄວາມຈຳເປັນປັບປຸງ ກົດໝາຍວ່າດ້ວຍພາສີຂາອອກຂາເຂົ້າເພື່ອສ້າງກອບກົດໝາຍໃຫ້ສົມບູນແບບ. ການປັບປຸງ ກົດໝາຍວ່າດ້ວຍພາສີຂາອອກຂາເຂົ້າຈະສ້າງລະບົບກົດໝາຍເປັນເກະພາບເພື່ອສົ່ງເສີມການພັດທະນາການຜະລິດ, ຊຸກຍູ້ການສົ່ງອອກ ເພື່ອໃຫ້ສອດຄ່ອງກັບວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ. ຕອນບ່າຍຂອງວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດຫວຽດນາມໄດ້ໃຄຳເຫັນໃສ່ວິທີການນຳໃຊ້ທຶນພັນທະບັດລັດຖະບານຂອງບັນດາໂຄງການບູລະນະຍົກລະດັບທາງຫຼວງ 1 A ແລະ ເສັ້ນທາງໂຮ່ຈິມິນຕອນແລ່ນຜ່ານເຂດໄຕງວຽນ ແລະ ປຶກສາຫາລືແຜນການກວດສອບບັນຊີປີ 2016.
TAG
vovworld/ສະພາແຫ່ງຊາດ
Related





