ການປະຊຸມຂ່າວສານກົນກ່ຽວກັບທະເລຕາເວັນອອກ:ຫວຽດນາມເດັດດ່ຽວປະຕິເສດບັນດາຖ້ອຍທຳນອງຕູ່ຫາຈາກຈີນ
16/06/2014 11:12
(vovworld)- ຕອນບ່າຍວັນທີ 16/6 ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວສາກົນ ເພື່ອແຈ້ງຂ່າວກ່ຽວກັບການຜັນແປ່

(vovworld)- ຕອນບ່າຍວັນທີ 16/6 ຢູ່ ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດການປະຊຸມຂ່າວສາກົນ ເພື່ອແຈ້ງຂ່າວກ່ຽວກັບການຜັນແປ່ຫລ້າສຸດຢູ່ທະເລຕາເວັນອອກນັບແຕ່ເມື່ອຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ເຂດໄຫລ່ທະວີບຂອງຫວຽດນາມ. ນີ້ເປັນຄັ້ງທີ 5 ກະຊວງການຕ່າງປະເທດຫວຽດນາມ ຈັດການປະຊຸມຂ່າວ. ທີ່ການປະຊຸມຂ່າວ, ທ່ານ ເຈີນຢູຍຫາຍ, ຮອງຫົວຫນ້າຄະນະກຳມະການຊາຍແດນແຫ່ງຊາດໃຫ້ຮູ້ວ່າ: ໄລ່ມາຮອດຈຸດເວລານີ້ ໝາຍຄວາມວ່າ ກວ່າ 40 ວັນນັບແຕ່ເມື່ອຈີນ ຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະຂອງຫວຽດນາມ, ຝ່າຍຈີນບໍ່ມີການທ່າທີ່ຮ່ວມມືເທົ່ານັ້ນ ຫາກມີການກະທຳປີນຂັ້ນໄດຢ່າງເຄັ່ງຕຶງອີກດ້ວຍ. ຈີນຖີ້ມໂທດໃຫ້ຫວຽດນາມ ແມ່ນມີການກະທຳກໍ່ຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ໃນຊຸມມື້ຜ່ານມາ, ຝ່າຍຈີນ ອອກສຽງກ່າວຕູ່ຫາ ຫວຽດນາມ ເປັນເຈົ້າການໃນການຕຳບັນດາກຳປັ່ນຄຸ້ມຊູຂອງຈີນ, ຊ້ຳບໍ່ຫນຳຍັງເວົ້າວ່າ ກຳປັ່ນຫາປາຂອງຫວຽດນາມ ຖືກຈົມນ້ຳຍ້ອນຕຳໃສ່ກຳປັ່ນຈີນ. ທ່ານ ເຈີນຢູຍຫາຍ ກ່າວວ່າ:
TAG
vovworld/vov/ເຈາະນ້ຳມັນ
Related





