VOV WorldVOV World
ການພົບປະສົນທະນາຫວຽດນາມ-ອາເມລິກາກ່ຽວກັບຄວາມເສລີພາບໃນການເຊື່ອຖືສາສະຫນາ
20/06/2013 11:54
(vovworld)-​​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ຄວາມ​ເສ​ລີ​ພາບ​ໃນ​ການ​ເຊ່ືອ​ຖື​ສາສະຫນາ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 20/6
ການພົບປະສົນທະນາຫວຽດນາມ-ອາເມລິກາກ່ຽວກັບຄວາມເສລີພາບໃນການເຊື່ອຖືສາສະຫນາ
(vovworld)-​​ການ​ພົບ​ປະ​ສົນທະນາ​ກ່ຽວ​ກັບ​ຄວາມ​ເສ​ລີ​ພາບ​ໃນ​ການ​ເຊ່ືອ​ຖື​ສາສະຫນາ ​ໂດຍ​ສະຖານທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ​ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 20/6 ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຫລາຍ​ອົງການ​ຢູ່​ອາ​ເມ​ລິ​ກາ​ທີ່​ເຄື່ອນ​ໄຫວ​​ໃນ​ຂົງ​ເຂດ​ດັ່ງກ່າວ. ນີ້​​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຫດການ​ມີ​ລັກສະນະ​ບາດ​ລ້ຽວ, ​ເປີດ​ສາກ​ໃຫ້​ແກ່​ຮູບ​ແບບ​ຮ່ວມ​ມື​ໃຫມ່​ລະຫວ່າງ​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໃນ​ການ​ຊຸກຍູ້​ຄວາມ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນທະນາ, ສາດສະດາຈານ ​ໂດ໋ກວາງ​ຮື​ງ, ສັງກັດມະຫາວິທະຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ: ຄວາມ​ຮັບ​ຮູ້ ​ແລະ ການ​ເຄື່ອນ​ໄຫວ​ທາງ​ສາສະຫນາ​ຢູ່​ຫວຽດນາມ​ໄດ້​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ຮອບ 20 ປີຜ່ານມາ. ​ໃນ 2 ປີຜ່ານມາ, ຈຳນວນ​ຜູ້​ເຊື່ອ​ຖື​ສາສະຫນາ​ໄດ້​ເພີ່ມ​ຂຶ້ນ​ຈາກ 22 ລ້ານ​ຄົນຂຶ້ນ​ເຖິງ 25 ລ້ານ​ຄົນ, ​ໃນ​ຂະນະ​ທີ່​ຈຳນວນ​ສາສະຫນາ​​ໃຫມ່​ໄດ້​ຮັບ​ການ​ຮັບ​ຮູ້​ແມ່ນ​ເພີ່ມ​ຂຶ້ນ​ຈາກ 6 ສາສະຫນາ​ຂຶ້ນ​ເຖິງ 13 ສາສະຫນາ​ໃນ 8 ປີຜ່ານມາ. ຫລາຍ​ສາສະຫນາ​ມີ​ຜູ້ຕາງຫນ້າ​ໃນ​ອົງການ​ແນວ​ໂຮມ​ປະ​ເທດ​ຊາດ, ສະພາ​ແຫ່ງ​ຊາດ, ປະກອບສ່ວນ​ປັບປຸງ​ນະ​ໂຍບາຍ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ສາດສະດາຈານ ​ໂດ໋ກວາງ​ຮື​ງ ​ໃຫ້​ຮູ້​ວ່າ:
TAG
​ສາ​ສະ​ຫ​ນາ

More