ກຳປັ່ນຮົບຂອງຈີນ ແລ່ນຜ່ານເຂດທະເລຢູ່ອ້ອມແອ້ມເກາະ Okinawa ປະເທດຍີ່ປຸ່ນ
17/10/2012 08:28
ວັນທີ 16/10, ກຳປັ່ນຮົບ 7 ລຳຂອງຈີນໄດ້ແລ່ນຜ່ານບໍລິເວນຕິດກັບເຂດທະເລຢູ່ອ້ອມແອ້ມເກາະ Okinama ຂອງຍີ່ປຸ່ນ

ກຳປັ່ນຂອງ ຈີນ ຢູ່ມໍ່ກັບເຂດທະເລອ້ອມແອ້ມເກາະ Okinama ພາບ:AFP/JCG (vovworld) - ວັນທີ 16/10, ກຳປັ່ນຮົບ 7 ລຳຂອງຈີນໄດ້ແລ່ນຜ່ານບໍລິເວນຕິດກັບເຂດທະເລຢູ່ອ້ອມແອ້ມເກາະ Okinama ຂອງຍີ່ປຸ່ນ. ເຫດການດັ່ງກ່າວເກີດຂຶ້ນໃນສະພາບການຈີນ ແລະ ຍີ່ປຸ່ນ ພວມເກີດຄວາມເຄັ່ງຕຶງທີ່ກ່ຽວຂອງເຖິງອະທິປະໄຕຕໍ່ໝູ່ເກາະ Senkaku ຢູ່ທະເລຮົວຕຸງຂອງຈີນ. ນີ້ເປັນຄັ້ງທຳອິດກຳປັ່ນຂອງຈີນເຂົ້າເຂດນີ້. ຕາມບັນດາເຈົ້າຫນ້າທີ່ກະຊວງປ້ອງກັນປະເທດ ຍີ່ປຸ່ນ ແລ້ວ, ຜ່ານທາງການທູດ, ປັກກີ່ງ ໄດ້ແຈ້ງໃຫ້ ໂຕກຽວ ກ່ຽວກັບເຫດການດັ່ງກ່າວເພື່ອຫລີກລ້ຽງພະຍຸພວມພັດເຂົ້າເກາະ Minami Daito ຂຶ້ນກັບເກາະ Okinawa. ຄຳຖະແຫລງດັ່ງກ່າວຖືກຍົກອອກໃນການປະຊຸມໃນວັນທີ 16/10, ທ່ານ Osamu Fujumura ຫົວຫນ້າຫ້ອງວ່າການຄະນະລັດຖະບານ ໃຫ້ຮູ້ວ່າ: ຍີ່ປຸ່ນ ຮຽກຮ້ອງໃຫ້ຝ່າຍຈີນ ຕ້ອງມີການເຄື່ອນໄຫວແມ່ນອີງໃສ່ການຕີລາຄາຮອບດ້ານ. ທ່ານຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ກວດກາບັນດາເຂດທະເລໃກ້ຄຽງ ຍ້ອນມີຄວາມວິຕົກກັງວົນ ຈີນ ຍູ້ແຮງການເຄື່ອນໄຫວເດີນທະເລຢູ່ບໍລິເວນນີ້./.
TAG
ກຳປັ່ນ
Related





