ກຳປູເຈຍແລະລາວເພີ່ມທະວີການຮ່ວມມືປ້ອງກັນຊາດ
02/03/2015 09:45
vovworld)- ວັນທີ 2/3, ທ່ານ Tea Banh, ລັດຖະມົນຕີວ່າການກະຊວງປອ້ງກັນປະເທດ ກຳປູເຈຍ ໄດ້ເຈລະຈາກັບຄູ່ຕຳແຫນ່ງ ລາວ

ທ່ານTea Banh,ລັດຖະມົນຕີວ່າການກະຊວງປອ້ງກັນ ປະເທດກຳປູເຈຍ ພົບປະກັບປະທານປະເທດລາວ ຈູມມາລີ ໄຊຍະສອນ ພາບ:TTXVN (vovworld)- ວັນທີ 2/3, ທ່ານ Tea Banh, ລັດຖະມົນຕີວ່າການກະຊວງປອ້ງກັນປະເທດ ກຳປູເຈຍ ໄດ້ເຈລະຈາກັບຄູ່ຕຳແຫນ່ງ ລາວ ແສງນວນ ໄຊຍະລາດ ພວມຢູ່ຢ້ຽມຢາມ ກຳປູເຈຍ, ຜ່ານນັ້ນ ສອງຝ່າຍ ໄດ້ເຫັນດີເພີ່ມທະວີບັນດາການພົວພັນສອງຝ່າຍກວ່າອີກ ກໍຄືຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ກຳປູເຈຍ ແລະ ລາວ ເຫັນດີແລກປ່ຽນຂໍ້ມູນຂ່າວສານກ່ຽວຂ້ອງເຖິງບັນດາບັນຫາປ້ອງກັນຄວາມສະຫງົບ ກໍຄືປະຕິບັດບັນດາການຢ້ຽມຢາມເຊິ່ງກັນ ແລະກັນ ລະຫວ່າງບັນດາຄະນະຜູ້ແທນປ້ອງກັນປະເທດຢູ່ທຸກຂັ້ນ ເພື່ອແບ່ງປັນບົດຮຽນ ແລະ ວຽກງານວິຊາສະເພາະ. ສິ້ນສຸດການເຈລະຈາ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ລາວ ແລະ ກຳປູເຈຍ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມື. ລັດຖະມົນຕີວ່າການກະຊວງປ້ອງກັນປະເທດລາວ ແສງນວນ ໄຊຍະລາດ ຢ້ຽມຢາມກຳປູເຈຍ ຢ່າງເປັນທາງການໃນເວລາ 4 ວັນ ແຕ່ວັນທີ 28/2.
TAG
vovworld/ສອງຝ່າຍ
Related





