ກຳປູເຈຍປົດສິດພິເສດຂອງສະມາຊິກສະພາສູງທີ່ເສກສັນປັ້ນແຕ່ງສົນທິສັນຍາຊາຍແດນກັບຫວຽດນາມ
18/08/2015 07:41
(vovworld)-ຕອນບ່າຍວັນທີ 17/8, ສະພາສູງ ກຳປູເຈຍ ໄດ້ຕົກລົງປົດສິດພິເສດສຳລັບສະມາຊິກສະພາສູງພັກກູ້ຊາດ ກຳປູເຈຍ CNRP

ສະມາຊິກສະພາສູງ Hong Sok Hour ພາບ: cand.com.vn (vovworld)-ຕອນບ່າຍວັນທີ 17/8, ສະພາສູງ ກຳປູເຈຍ ໄດ້ຕົກລົງປົດສິດພິເສດສຳລັບສະມາຊິກສະພາສູງພັກກູ້ຊາດ ກຳປູເຈຍ CNRP ຝ່າຍຄ້າຍ Hong Sok Hour, ຜູ້ທີ່ພວມຖືກກັກຂັງຕາມຄຳຕັດສິນຂອງສານພະນົມເປັນ. ຂໍ້ຕົກລົງປົດສິດພິເສດຂອງສະມາຊິກສະພາສູງ Hong Sok Hour ໄດ້ຮັບບັດເຫັນດີ 47/47 ຈາກສະມາຊິກສະພາສູງພັກປະຊາຊົນກຳປູເຈຍ ທີ່ເຂົ້າຮ່ວມວາລະປະຊຸມ, ໃນຂະນະ ບັນດາສະມາຊິກພັກ CNRP ໄດ້ປະຕິເສດການເຄື່ອນໄຫວນີ້. ຂໍ້ຕົກລົງຂອງສະພາສູງ ຈະສ້າງເງື່ອນໄຂສະດວກໃຫ້ບັນດາອົງການມີສິດອຳນາດຂອງກຳປູເຈຍ ສືບຕໍ່ວິວັດການດຳເນີນຄະດີດ້ານກົດໝາຍສຳລັບສະມາຊິກສະພາສູງ Hong Sok Hour.
TAG
vovworld/ຄຳຕັດສິນຂອງສານ
Related





