ຄຳສັ່ງຢຸດຍິງໃນໂອກາດງານບຸນອິດສະເຕີຢູ່ ຢູແກຼນ ມີຜົນສັກສິດຢ່າງເປັນທາງການ
12/04/2026 08:46
[VOVWORLD] - ໃນໂອກາດງານບຸນນີ້, ບັນດາກຳລັງ ລັດເຊຍ ໄດ້ຮຽກຮ້ອງໃຫ້ຢຸດຕິບັນດາການຕໍ່ສູ້ຢູ່ທຸກທິດ, ແຕ່ຍັງຮັກສາສະພາບກຽມພ້ອມສູ້ຮົບ.

7-_lenh_ngung_ban.jpg ທ່ານ Volodymyr Zelensky, ປະທານາທິບໍດີ ຢູແກຼນ (ພາບ: REUTERS) ວັນ ທີ 11 ເມ ສາ , ຄຳ ສັ່ງ ຢຸດ ຍິງ ທີ່ ແກ່ ຍາວ ເປັນ ເວ ລາ 32 ຊ ົ່ວ ໂມງ ເນື່ອງ ໃນ ໂອ ກາດ ງານ ບຸນອິດ ສະ ເຕີ ໂດຍ ທ່ານ Vladimir Putin, ປະ ທາ ນາ ທິ ບໍ ດີ ລັດ ເຊຍ ປະ ກາດ ໃຊ້ ໄດ້ມີ ຜົນ ສັກ ສິດ ຢ່າງ ເປັນ ທາງ ການ ຢູ່ ເຂດ ເກີດ ການ ປະ ທະ ກັນ ກັບ ຢູ ແກຼນ ແລະ ແກ່ ຍາວ ຮອດ ວັນ ທີ 12 ເມ ສາ. ຕາມ ວັງ Kremlin, ໃນ ໂອ ກາດ ງານ ບຸນນີ້ , ບັນ ດາ ກຳ ລັງ ລັດ ເຊຍ ໄດ້ ຮຽກ ຮ້ອງໃຫ້ ຢຸດ ຕິ ບັນ ດາ ການ ຕໍ່ ສູ້ ຢູ່ທຸກ ທິດ , ແຕ່ ຍັງ ຮັກ ສາ ສະ ພາບ ກຽ ມ ພ້ອມ ສູ້ ຮົບ. ວົງ ການ ເຈົ້າ ໜ້າ ທີ່ ລັດ ເຊຍ ຕີ ລ າ ຄາ ວ່າ ຂໍ້ ຕົກ ລົງ ດັ່ງ ກ່າວແມ່ນ ບາດ ກ້າວ ມະ ນຸດ ສະ ທຳ , ສ້າງ ເງື່ອນ ໄຂ ເພື່ອ ໃຫ້ ປະ ຊາ ຊົນ ແລະ ບັນ ດາ ຜູ້ ເຊື່ອ ຖື ສາ ມາດ ເຂົ້າ ຮ່ວມ ງານ ບຸນ ໃນ ເງື່ອນ ໄຂທີ່ ປອດ ໄພ ກວ່າ. ສ່ວນ ຝ່າຍ ຢູ ແກຼ ນ , ທ່ານ Volodymyr Zelensky, ປະ ທາ ນາ ທິ ບໍ ດີ ຢູ ແກຼນ ຖະ ແຫ ຼງວ່າ ປະ ເທດນີ້ ຈະ ເຄົາ ລ ົບ ຄຳ ສັ່ງ ຢ ຸດ ຍິງ , ແຕ່ກໍ່ ກ່າວ ເຕືອນ ວ່າ ຈະ “ໂຕ້ ຕອບ ຢ່າງ ສົມ ເຫດ ສົມ ຜົນ” ຖ້າ ບັນ ດາ ການ ບຸກ ໂຈມ ຕີ ສືບ ຕໍ່ ເກີດ ຂຶ້ ນ.
TAG
VOV/VOVWORLD/ບາດກ້າວ/ມະນຸດ/ສະທຳ/ເງື່ອນໄຂ
Related





