ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຍົກສູງບົດບາດໄຈ້ແຍກຕີລາຄາ
27/05/2015 10:18
ຕອນເຊົ້າວັນທີ 27/5, ຢູ່ນະຄອນ ໂຮ່ຈິມິນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

(vovworld) – ຕອນເຊົ້າວັນທີ 27/5, ຢູ່ນະຄອນ ໂຮ່ຈິມິນ, ຄະນະປະຈຳຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງການຮັບຟັງຄວາມເຫັນຂອງວິສາຫະກິດຢູ່ນະຄອນ ກ່ຽວກັບບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກໃນວິວັດການຜະລິດ, ການດຳເນີນທຸລະກິດ. ເຂົ້າຮ່ວມການໂອ້ລົມສົນທະນາມີວິສາຫະກິດ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງນະຄອນເປັນຈຳນວນຫຼວງຫຼາຍ. ນະທີ່ນີ້, ບັນດາວິສາຫະກິດສະເໜີສູນກາງແນວໂຮມປະເທດຊາດຫວຽດນາມ ຍົກສູງບົດບາດຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາກ່ອນ ແລະ ຫຼັງການສ້າງກົດໝາຍ, ພິເສດແມ່ນການຕິດຕາມກວດກາການປະຕິບັດກົດໝາຍ. ຄຽງຂ້າງນັ້ນ, ບັນດາວິສາຫະກິດກໍຍົກອອກບັນດາຂໍ້ຕິດຂັດຄື: ຂະແໜງການທີ່ກ່ຽວຂ້ອງບໍ່ທັນຄວບຄຸມໄດ້ສິນຄ້າປອມໃນຕະຫຼາດ, ກໍ່ຄວາມເສຍຫາຍໃຫ້ວິສາຫະກິດ, ລາຍຈ່າຍຂົນສົ່ງສູງຍ້ອນຄ່າ ຜ່ານຂົວ, ທາງບໍ່ເໝາະສົມ…ກ່ຽວກັບບັນຫາສ້າງກົດໝາຍ, ບັນດາວິສາຫະກິດຖືວ່າ: ກ່ອນທີ່ດຳເນີນການສ້າງກົດໝາຍ, ບັນດາຂະແໜງການທີ່ກ່ຽວຂ້ອງຄວນຮັບຟັງຄວາມເຫັນຂອງບັນດາສະຫະສະມາຄົມຂະແໜງອາຊີບ ແລະ ບັນດາຫົວໜ່ວຍທີ່ໄດ້ຮັບຜົນສະທ້ອນຈາກກົດໝາຍໂດຍກົງ.
TAG
vovworld/vov/ກຳມະການ
Related






