ຄະນະລັດຖະບານອິດສະຣາແອນສາບານຕົວຮັບດຳລົງຕຳແຫນ່ງ
15/05/2015 08:29
(vovworld)- ຕອນຄ່ຳວັນທີ 14/5, ສະພາແຫ່ງຊາດ ອິດສະຣາແອນ ໄດ້ຈັດຕັ້ງພິທີສາບານຕົວຮັບດຳລົງຕຳແຫນ່ງໃຫ້ແກ່ ລັດຖະມົນຕີ 20 ທ່ານ

ທ່ານນາຍົກລັດຖະມົນຕີ Benjamin Netanyahu ພາບ:vov (vovworld)- ຕອນຄ່ຳວັນທີ 14/5, ສະພາແຫ່ງຊາດ ອິດສະຣາແອນ ໄດ້ຈັດຕັ້ງພິທີສາບານຕົວຮັບດຳລົງຕຳແຫນ່ງໃຫ້ແກ່ ລັດຖະມົນຕີ 20 ທ່ານໃນລັດຖະບານໃຫມ່ຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ດ້ວຍບັດສະຫນັບສະຫນູນ 59/61. ພິທີສາບານຕົວຖືກໂຈະໄວ້ໃນເວລາສອງສາມຊົ່ວໂມງ ຍ້ອນມີຄວາມບໍ່ລົງລອຍກັນທີ່ກ່ຽວຂ້ອງເຖິງການແຕ່ງຕັ້ງຖານະຕຳແຫນ່ງຫລັກແຫລ່ງຈຳນວນຫນຶ່ງໃຫ້ບັນດາສະມາຊິກຂອງພັກ Likud ກຳອຳນາດ. ຜູ້ສຳຄັນທີສອງຂອງ Likud ແມ່ນສະມາຊິກສະພາແຫ່ງຊາດ Gilad Erdan ໄດ້ປະຕິເສດການເຂົ້າຮ່ວມຄະນະລັດຖະບານ ໃຫມ່ ພາຍຫລັງປະຕິເສດຄຳສະເຫນີຂອງທ່ານນາຍົກລັດຖະມົນຕີ Netanyahu ຮັບດຳລົງຕຳແຫນ່ງລັດຖະມົນຕີ. ເຖິງຢ່າງໃດກໍຕາມ ສຸດທ້າຍ ສະມາຊິກສະພາແຫ່ງຊາດ Erdan ໄດ້ມີຫນ້າ ແລະ ເຂົ້າຮ່ວມການປ່ອນບັດຮັບຮອງເອົາລັດຖະບານໃຫມ່.
TAG
vovworld/ບັດສະຫນັບສະຫນູນ
Related





