ຄະນະປະຈຳສະພາ ແຫ່ງຊາດຊັກຖາມລັດຖະມົນຕີກະຊວງອຸດສາຫະກຳການຄ້າ ແລະ ລັດຖະມົນຕີກະຊວງສາທາລະນະສຸກ
01/04/2014 06:07
(vovworld) - ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ ຕອບຄຳຊັກຖາມກ່ຽວກັບມາດຕະການບຸກທະລຸເພື່ອແກ້ໄຂສະພາບເສຍທາດຂາດຄຸນຂອງພະນັກງານ, ລັດຖະກອນ, ພາລະກອນຂະແໜງສາທາລະນະສຸກຈຳນວນໜຶ່ງ

(vovworld) - ວັນທີ 1/4, ໃນລາຍການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມທີ່ວາລະປະຊຸມຄັ້ງທີ 26 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 13, ຄະນະປະຈຳສະພາແຫ່ງຊາດໄດ້ດຳເນີນການຊັກຖາມທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວູ້ຮຸຍຮ່ວາງ ແລະ ທ່ານນາງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນທິກິມຕ໋ຽນ. ໃນຕອນເຊົ້າ, ຄະນະປະຈຳສະພາແຫ່ງຊາດຈະຊັກຖາມ ແລະ ຮັບຟັງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວູ້ຮຸຍຮ່ວາງ ຕອບຄຳຊັກຖາມກ່ຽວກັບຄວາມຮັບຜິດຊອບໃນການຄຸ້ມຄອງລັດກ່ຽວກັບໄຟຟ້າ, ນຳ້ມັນແອັດຊັງ ແລະ ການນຳໃຊ້ກອງທຶນຮັບປະກັນລາຄານຳ້ມັນແອັດຊັງເປັນປົກກະຕິ; ການປະຕິບັດໂຄງການ “ຊາວຫວຽດນາມ ຊົມໃຊ້ສິນຄ້າຫວຽດນາມ“.
TAG
vovworld/vov/ລາຄາຢາປິ່ນປົວພະຍາດ
Related






