ຄະນະຜູ້ແທນມະຫາວິທະຍາໄລປ້ອງກັນຊາດ ອາເມລິກາ
11/10/2012 08:54
ຕອນບ່າຍວັນທີ 10/10 ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ Nguyen Chi Vinh ຮອງລັດຖະມົນຕີກະຊວງປ້ອງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລປ້ອງກັນຊາດ ອາເມລິກາ
ພົນໂທ Nguyen Chi Vinh ຮອງລັດຖະມົນຕີກະຊວງປ້ອງປະເທດ ຫວຽດນາມ ພາບ: internet (vovworld) - ຕອນບ່າຍວັນທີ 10/10 ຢູ່ສຳນັກງານກະຊວງປ້ອງກັນປະເທດ, ພົນໂທ Nguyen Chi Vinh ຮອງລັດຖະມົນຕີກະຊວງປ້ອງປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນມະຫາວິທະຍາໄລປ້ອງກັນຊາດ ອາເມລິກາ ໂດຍທ່ານ A si Gio zep ນຳຫນ້າພວມໄປທັດສະນະສຶກສາ, ຄົ້ນຄ້ວາ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບັນດາບັນຫາຊຶ່ງກອງທັບປະຊາຊົນ ຫວຽດນາມ ແລະ ກອງທັບອາເມລິກາ ຕ່າງກໍມີຄວາມສົນໃຈ. ສອງຝ່າຍໄດ້ເນັ້ນຫນັກວ່າ: ໃນໄລຍະຈະມາເຖິງ, ກອງທັບ ສອງປະເທດ ຄວນເພີ່ມທະວີການພົວພັນຮ່ວມມືໃນຂົງເຂດປ້ອງກັນຊາດ ເປັນຕົ້ນແມ່ນການປະສານສົມທົບກັນແກ້ໄຂຜົນຮ້າຍຢ່ອນຫລັງຈາກສົງຄາມຢູ່ ຫວຽດນາມ, ການເກັບກູ້ລະເບີດ, ກຳຈັດທາດພິດສີສົ້ມ dioxin, ສົມທົບກັນ, ຫນູນຊ່ວຍການເຄື່ອນໄຫວມະນຸດສະທຳ. ສຳລັບບັນດາວິທະຍາຄານ, ໂຮງຮຽນທີ່ຂຶ້ນກັບກອງທັບສອງປະເທດ ຄວນເພີ່ມທະວີການແລກປ່ຽນຄະນະ, ຮ່ວມມືບຳລຸງສ້າງພະນັກງານ, ແບ່ງປັນບົດຮຽນໃນການສິດສອນ, ຄົ້ນຄ້ວາໃນທຸກຂົງເຂດຊື່ງກອງທັບສອງປະເທດຕ່າງມີຄວາມສົນໃຈ.
TAG
ປ້ອງກັນປະເທດ
Related





