ຄວນປົກປັກຮັກສາເດັກຕໍ່ໜ້າການປ່ຽນແປງຂອງດິນຟ້າອາກາດ
23/04/2014 10:48
ທີ່ກອງປະຊຸມສຳມະນາກ່ຽວກັບບັນຫາປ່ຽນແປງຂອງດິນຟ້າອາກາດສຳລັບເດັກ, ໂດຍຄະນະຄຸ້ມຄອງໂຄງການເພື່ອນມິດເດັກ ນະຄອນ ໂຮ່ຈີມິນ...

ພາບປະກອບ (vovworld) – ຫວຽດນາມ ໄດ້ຮັບຖືວ່າ: ແມ່ນໜຶ່ງໃນຈຳນວນ 6 ປະເທດ ໃນໂລກຖືກຜົນສະທ້ອນຫຼາຍຈາກການປ່ຽນແປງຂອງດິນຟ້າອາກາດ. ທີ່ກອງປະຊຸມສຳມະນາກ່ຽວກັບບັນຫາປ່ຽນແປງຂອງດິນຟ້າອາກາດສຳລັບເດັກ, ໂດຍຄະນະຄຸ້ມຄອງໂຄງການເພື່ອນມິດເດັກ ນະຄອນ ໂຮ່ຈີມິນ ສົມທົບກັບກອງທຶນອະນຸຊົນ ສປຊ (Unicef) ຈັດຕັ້ງໃນຕອນເຊົ້າວັນທີ 23/4 ຢູ່ນະຄອນ ໂຮ່ຈີມິນ, ມີຜູ້ແທນຫຼາຍທ່ານຖືວ່າ: ຕ້ອງມີນະໂຍບາຍເພື່ອປົກປັກຮັກສາເດັກຕໍ່ໜ້າຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ສ້າງກາລະໂອກາດໃຫ້ແກ່ເດັກເຂົ້າຮ່ວມການສ້າງ ແລະ ປະຕິບັດບັນດານະໂຍບາຍປ່ຽນແປງຂອງດິນຟ້າອາກາດ. ພ້ອມກັນນັ້ນ, ການນຳບັນດາຂະແໜງການທີ່ກ່ຽວຂ້ອງຕ້ອງມີຄວາມຮູ້ ແລະ ທັກສະເພື່ອແກ້ໄຂບັນດາບັນຫາສະຫງວນສະເພາະໃຫ້ເດັກ, ສ້າງຕັ້ງ ແລະ ຝຶກອົບຮົມກຸ່ມເດັກຫຼັກແຫຼ່ງລົງເລິກ ແກ້ໄຂບັນຫາປ່ຽນແປງຂອງດິນຟ້າອາກາດສະເພາະໃຫ້ເດັກ... ທ່ານນາງ ຟ້າມທິລານ, ນັກຊ່ຽວຊານກ່ຽວກັບຫານບໍລິການລັດ, ກອງທຶນອະນຸຊົນ ສປຊ, ໃຫ້ຮູ້ວ່າ:
TAG
vovworld/vov/ກອງທຶນອະນຸຊົນ
Related






