ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ເຮັດວຽກ
11/04/2026 09:23
[VOVWORLD] - ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ, ເນື້ອໃນເປີດກວ້າງເປົ້າໝາຍໄດ້ຮັບການໜູນຊ່ວຍດ້ານນິຕິກຳ ໄດ້ຮັບຫຼາຍຄຳເຫັນປະກອບຈາກສະມາຊິກສະພາແຫ່ງຊາດ.

Đại biểu Cao Thị Xuân (đoàn Thanh Hóa). Ảnh: Quốc hội ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN) ໂດຍສືບຕໍ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ, ຕອນເຊົ້າວັນທີ 11 ເມສາ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍ 3 ສະບັບ, ລວມມີ: ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ; ກົດໝາຍວ່າດ້ວຍທະບຽນຄອບຄົວ (ສະບັບປັບປຸງ); ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍທະບຽນສານ. ເມື່ອໃຫ້ຄຳເຫັນກ່ຽວກັບ ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການໜູນຊ່ວຍດ້ານນິຕິກຳ, ເນື້ອໃນເປີດກວ້າງເປົ້າໝາຍໄດ້ຮັບການໜູນຊ່ວຍດ້ານນິຕິກຳ ໄດ້ຮັບຫຼາຍຄຳເຫັນປະກອບຈາກສະມາຊິກສະພາແຫ່ງຊາດ. ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ຂໍ້ກຳນົດນີ້ບໍ່ພຽງແຕ່ສົ່ງຜົນກະທົບທີ່ຕັ້ງໜ້າເຖິງຄວາມສະເໝີພາບໃນການເຂົ້າເຖິງກັບຄວາມຍຸຕິທຳ ຫາກຍັງສະແດງໃຫ້ເຫັນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ. ຕອນບ່າຍວັນທີ 11 ເມສາ, ສະພາແຫ່ງຊາດປຶກສາຫາລືຢູ່ຫໍປະຊຸມກ່ຽວກັບ: ຮ່າງມະຕິຂອງສະພາແຫ່ງຊາດວ່າດ້ວຍກົນໄກສົມທົບກັນ, ນະໂຍບາຍພິເສດສະເພາະຍົກສູງປະສິດທິຜົນການປ້ອງກັນ ແລະ ແກ້ໄຂການຂັດແຍ້ງກັນໃນການລົງທຶນສາກົນ; ຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍອົງການຜູ້ຕາງໜ້າປະເທດ ສສ.ຫວຽດນາມ ປະຈຳຕ່າງປະເທດ.
TAG
VOV/VOVWORLD/ຜົນກະທົບ/ຕັ້ງໜ້າ/ປະສິດທິຜົນ
Related





