ກອງປະຊຸມຄັ້ງທີ5ຄະນະບໍລິຫານງານສູນກາງສະມາຄົມຊາວກະສິກອນຫວຽດນາມຊຸດທີ6
14/01/2015 08:59
(vovworld)- ກ່າວຄຳເຫັນໄຂກອງປະຊຸມດັ່ງກ່າວໃນຕອນເຊົ້າວັນທີ 14/1 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນກວກເກື່ອງ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ໃຫ້ຮູ້ວ່າ:

ທ່ານ ຫງວຽນກວກເກື່ອງ, ປະທານສະມາຄົມຊາວກະສິກອນ ພາບ:hoinongdan.org.vn (vovworld)- ກ່າວຄຳເຫັນໄຂກອງປະຊຸມດັ່ງກ່າວໃນຕອນເຊົ້າວັນທີ 14/1 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນກວກເກື່ອງ, ປະທານສະມາຄົມຊາວກະສິກອນ ຫວຽດນາມ ໃຫ້ຮູ້ວ່າ: ຜ່ານໄລຍະ 5 ປີປະຕິບັດບົດສະຫລຸບຂອງຄະນະເລຂາສູນກາງພັກ ກ່ຽວກັບແຜນຮ່າງ “ຍົກສູງບົດບາດ, ຄວາມຮັບຜິດຊອບຂອງສະມາຄົມຊາວກະສິກອນຫວຽດນາມ ໃນການພັດທະນາກະສິກຳ, ສ້າງຊົນນະບົດໃຫມ່ ແລະ ສ້າງຊົນຊັ້ນກຳມະກອນ ຫວຽດນາມ ໄລຍະ 2010-2020” ແລະ 3 ປີປະຕິບັດຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບ “ສະມາຄົມຊາວກະສິກອນຫວຽດນາມ ປະຕິບັດໂດຍກົງ ແລະ ສົມທົບກັນປະຕິບັດບາງໂຄງການ, ແຜນຮ່າງພັດທະນາເສດຖະກິດສັງຄົມ,ວັດທະນະທຳ, ສັງຄົມຊາວກະສິກອນໄລຍະ 2011-2020”, ສະມາຄົມຊາວກະສິກອນທຸກຂັ້ນໃນທົ່ວປະເທດ ໄດ້ເພີ່ມທະວີ, ໂຄສະນາ, ສ້າງການຫັນປ່ຽນຢ່າງແຮງ ກ່ຽວກັບຄວາມຮັບຮູ້ຂອງພະນັກງານ, ສະມາຊິກສະມາຄົມຊາວກະສິກອນ ກ່ຽວກັບແຜນນະໂຍບາຍ, ທັດສະນະຂອງພັກ, ລັດ ສຳລັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ. ທ່ານ ຫງວຽນກວກເກື່ອງ, ປະທານສະມາຄົມຊາວກະສິກອນຫວຽດນາມ ເນັ້ນຫນັກວ່າ:
TAG
vovworld/ຄວາມຮັບຜິດຊອບ
Related






