ກອງປະຊຸມກ່ຽວກັບການຜະລິດ,ຈຳຫນ່າຍເຂົ້າສານເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້
15/03/2014 09:18
(vovworld) - ຕອນເຊົ້າວັນທີ 15/3 ຢູ່ ນະຄອນເກີນເທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ

ກອງປະຊຸມກ່ຽວກັບການຜະລິດ, ຈຳຫນ່າຍເຂົ້າສານ photo: chinhphu.vn (vovworld) - ຕອນເຊົ້າວັນທີ 15/3 ຢູ່ ນະຄອນເກີນເທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມດ້ວຍທ່ານຮອງນາຍົກລັດຖະມົນຕີ ຫວູວັນນີງ, ຫົວຫນ້າຄະນະຊີ້ນຳທາງທິດຕາເວັນຕົກພາກໃຕ້ຫວຽດນາມ ເປັນປະທານກອງປະຊຸມກ່ຽວກັບການຜະລິດ, ຈຳຫນ່າຍເຂົ້າສານຢູ່ເຂດທົ່ງພຽງແມ່ນຳ້ຂອງທາງພາກໃຕ້ຫວຽດນາມ. ບັນດາຄຳເຫັນທີ່ກອງປະຊຸມໄດ້ໄຈ້ແຍກປັດໄຈພາວະວິໄສ ແລະ ອັດຕະວິໄສທີ່ໄດ້ກໍ່ຄວາມຫຍຸ້ງຍາກໃນການຈຳຫນ່າຍເຂົ້າສານ. ບັນດາກະຊວງກ່ຽວຂ້ອງ ພ້ອມກັບທອ້ງຖິ່ນຕ່າງໆໃນເຂດທົ່ງພຽງແມ່ນຳ້ຂອງ ພວມສຸມໃສ່ບັນດາມາດຕະການຢ່າງຮີບດ່ວນ ແລະ ຍາວນານທີ່ກ່ຽວຂ້ອງເຖິງການຫນູນຊ່ວຍສິນເຊື່ອໃນການຜະລິດ ແລະ ຈຳຫນ່າຍເຂົ້າສານ. ກະຊວງອຸດສາຫະກຳ ແລະ ການຄ້າ ຕັ້ງຫນ້າເຈລະຈາເພື່ອເຊັ່ນສັນຍາສົ່ງອອກເຂົ້າສານ ຕິດພັນກັບເປີດກວ້າງຕະຫລາດຈຳຫນ່າຍ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດພວມຕັ້ງຫນ້າຍູ້ແຮງການຄົ້ນຄ້ວາ, ເລືອກເຟັ້ນແນວພັນເຂົ້າທີ່ມີຄຸນນະພາບສູງ.
TAG
vovworld/vov/ເຂົ້າສານ
Related





