ກອງປະຊຸມພາກພື້ນກ່ຽວກັບການສອນວິຊາຊີບຢູ່ ຫວຽດນາມ
10/10/2012 10:51
ຕອນເຊົ້າວັນທີ 10/10 ຢູ່ ຮ່າໂນ້ຍໄດ້ດຳເນີນພິທີໄຂກອງປະຊຸມພາກພື້ນກ່ຽວກັບການສອນວິຊາຊີບ ຢູ່ ຫວຽດນາມ ພາຍໃຕ້ຫົວຂໍ້ວ່າ: ບຸກທະລຸຄຸນນະພາບໃນການສອນວິຊາຊີບ
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ກ່າວຄຳເຫັນທີ່ກອງປະຊຸມ ພາບ: internet (vovworld) - ຕອນເຊົ້າວັນທີ 10/10 ຢູ່ ຮ່າໂນ້ຍໄດ້ດຳເນີນພິທີໄຂກອງປະຊຸມພາກພື້ນກ່ຽວກັບການສອນວິຊາຊີບ ຢູ່ ຫວຽດນາມ ພາຍໃຕ້ຫົວຂໍ້ວ່າ: ບຸກທະລຸຄຸນນະພາບໃນການສອນວິຊາຊີບ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽນາມ ສົມທົບກັບກະຊວງຮ່ວມມືເສດຖະກິດ ແລະ ພັດທະນາເຢຍລະມັນ ຈັດຕັ້ງຂຶ້ນ, ໃນຂອບເຂດໂຄງການຮ່ວມມືພັດທະນາ ຫວຽດນາມ - ເຢຍລະມັນ. ກ່າວຄຳເຫັນທີ່ີກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເນັ້ນຫນັກວ່າ: ກອງປະຊຸມແມ່ນເວທີປາໄສສຳຄັນເພື່ອໃຫ້ບັນດານັກຄຸ້ມຄອງ ແລະ ວາງແຜນກຳນົດ, ຜູ້ຊ່ຽວຊານ, ນັກຄົ້ນຄ້ວາທີ່ຕາງຫນ້າບັນດາຮາກຖານສອນວິຊາຊີບ ແລະ ວິສາຫະກິດຫວຽດນາມ, ບັນດາປະເທດ ອາຊຽນ ແລະ ເຢຍລະມັນ ປຶກສາຫາລືມາດຕະການລວມເພື່ອຊຸກຍູ້ການສອນວິຊາຊີບ, ຍົກສູງຄຸນນະພາບສອນວິຊາຊີບຢູ່ ຫວຽດນາມ. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື 4 ຫົວເລື່ອງສະເພາະຄື: ມາດຕະຖານວິຊາຊີບ, ການພົວພັນຮ່ວມມືກັບວິສາຫະກິດໃນການສອນວິຊາຊີບ, ພັດທະນາຖັນແຖວຄູອາຈານສອນວິຊາຊີບທີ່ມີກຳລັງຄວາມ ສາມາດ ແລະ ດ້ານການເງິນໃຫ້ແກ່ການສອນວິຊາຊີບ.
TAG
ສອນວິຊາຊີບ
Related





