VOV WorldVOV World
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
21/05/2013 10:05
ຕອນ​ເຊົ້າ​ວັນ​ທີ 21/5, ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ​ໄດ້​ຮັບ​ຟັງ​ຫນັງສື​ສະ​ເຫ​ນີຮ່າງ​ກົດໝາຍ ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ແລະ​ດັບ​ເພິ​ງ
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມຊຸດທີ 13 ພາບ:internet (vovworld)- ​ຕອນ​ເຊົ້າ​ວັນ​ທີ 21/5, ໃນ​ຂອບ​ເຂດ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ(ສສຊ) ​ໄດ້​ຮັບ​ຟັງ​ຫນັງສື​ສະ​ເຫ​ນີຮ່າງ​ກົດໝາຍ ປັບປຸງ​ເພີ່ມ​ເຕີມ​ບາງ​ຂໍ້​ມາ​ດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ປ້ອງ​ກັນ​ແລະ​ດັບ​ເພິ​ງ ​ແລະ ບົດລາຍການ​ກວດກາ​ຮ່າງ​ກົດ​ໝາຍສະບັບ​ນີ້. ສະພາ​ແຫ່ງ​ຊາດ​ກໍ່​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ອະພິປາຍ, ຮັບ​ເອົາການ​ປະກອບ​ຄຳ​ເຫັນ, ດັດ​ແກ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການ​ກໍ່​ການ​ຮ້າຍ. ປຶກສາ​ຫາລື​ທີ່​ຫໍ​ປະຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານການກໍ່​ການ​ຮ້າຍ, ສສຊ ​ສ່ວນ​ຫຼາຍ​ໄດ້​ເຫັນ​ດີ ​ແລະ ​ຖື​ວ່າ​ເລື່ຶອງປະກາດ​​ໃຊ້​ກົດໝາຍ​ແມ່ນ​ຈຳ​ເປັນ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ຄື​ປະຈຸ​ບັນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ: ​ຄຳ​ນິຍາມ ການກໍ່​ການ​ຮ້າຍທີ່ໄດ້​ລະ​ບຸ​ໃນ​ກົດໝາຍ​ຄວນມີ​ລັກສະນະ​ກວມ​ລວມກ່ວາ​ເພື່ອ​ເຮັດ​ໃຫ້​ລັກສະນະ​ຮອບດ້ານ​ຂອງ​ການ​ກະທຳ​ນີ້ ພ້ອມ​ທັງ​ຊັ່ງຊາ ພາກສ່ວນຂອງ​ຄະ​ນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ ການ​ກໍ່ການ​ຮ້າຍ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ຮ່ວມ​ມື​ສາກົນ​ໃນ​ການ​ປ້ອງ​ກັນ, ຕ້ານ​ການກໍ່​ການ​ຮ້າຍ, ສສຊ ​ແຂວງ ​ເກີ​ນ​ເທີ ຫງວຽນ​ມິ​ງຄາ ຍົກ​ຄຳ​ເຫັນ​ວ່າ:
TAG
ສະພາແຫ່ງຊາດ