ກອງປະຊຸມທາບທາມຄຳເຫັນຜູ້ຊ່ຽວຊານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ
11/08/2015 11:26
(vovworld)-ກອງປະຊຸມທາບທາມຄຳເຫັນຜູ້ຊ່ຽວຊານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ ພາບ:vov (vovworld)-ກອງປະຊຸມທາບທາມຄຳເຫັນຜູ້ຊ່ຽວຊານກ່ຽວກັບການປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ ໂດຍກຳມາທິການວັດທະນະທຳ, ການສຶກສາ, ຊາວຫນຸ່ມ, ອະນຸຊົນ ແລະ ເຍົາວະຊົນ ຂອງສະພາແຫ່ງຊາດ ສົມທົບກັບກອງທຶນປະຊາກອນ ສປຊ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 11/8 ຢູ່ ຮ່າໂນ້ຍ. ຜູ້ແທນຫລາຍທ່ານ ໄດ້ສະເຫນີ ຄວນປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍ ຊາວຫນຸ່ມ, ໃນນັ້ນ ຄົ້ນຄວ້າເປັນເອກະພາບເກັນອາຍຸຊາວຫນຸ່ມໃນລະບົບກົດໝາຍຂອງຫວຽດນາມ ກໍຄືອີງໃສ່ກັບຂໍ້ກຳນົດສາກົນ ເພື່ອສ້າງເງື່ອນໄຂເບິ່ງແຍງ, ສຶກສາຊາວຫນຸ່ມ, ອະນຸຊົນ. ຕາມທ່ານ ຮ່າຮູຍຕວ່ານ, ກອງທຶນປະຊາກອນ ສປຊ ປະຈຳ ຫວຽດນາມ ແລ້ວ, ຄວນຮັບຮູູ້ຄຳເຫັນຂອງຊາວຫນຸ່ມໃນວຽກງານສ້າງນະໂຍບາຍກ່ຽວຂ້ອງເຖິງຊາວຫນຸ່ມ: “ຄວນພັດທະນາຊຸດເຄື່ອງມືຕິດຕາມກວດກາປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ ເພື່ອຮັບປະກັນກົດໝາຍວ່າດ້ວຍຊາວຫນຸ່ມໄດ້ຮັບການປະຕິບັດຢ່າງຄົບຖ້ວນ. ຊຸດເຄື່ອງມືຕິດຕາມກວດການີ້ ກໍຊ່ວຍໃຫ້ບັນດາສະມາຊິກສະພາແຫ່ງຊາດຕິດຕາມການປະຕິບັດກົດໝາຍວ່າດ້ວຍຊາວຫນຸ່ມ ແລະ ມີການສ່ອງແສງຄືນຢ່າງສະດວກ ແລະ ແທດຈິງກວ່າ. ພວກເຮົາ ຄວນສ້າງເງື່ອນໄຂສະດວກ ສົ່ງເສີມການເຂົ້າຮ່ວມຂອງຊາວຫນຸ່ມໃນການປະຕິບັດບັນດານະໂຍບາຍກ່ຽວຂ້ອງເຖິງຊາວຫນຸ່ມ, ຮັບຮູ້ບັນດາຄຳເຫັນຂອງເຂົາເຈົ້າ ແລະ ນຳໃຊ້ໃນການພັດທະນາບັນດານະໂຍບາຍກ່ຽວຂ້ອງເຖິງຊາວຫນຸ່ມ.”
TAG
vovworld/ການສຶກສາ
Related





