VOV WorldVOV World
ກອງປະຊຸມທົ່ວ ປະເທດຊາບຊຶມມະຕິ ສູນກາງພັກ ຄັ້ງທີ 4 ຊຸດທີ 11
27/02/2012 10:27
ກອງ​ປະຊຸມ​ທົ່ວ​ປະ​ເທດ​ຊາບ​ຊຶມ​ມະຕິ​ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ “ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/2 ຢູ່​ຮ່າ​ໂນ້ຍ.
ກອງປະຊຸມທົ່ວ ປະເທດຊາບຊຶມມະຕິ ສູນກາງພັກ ຄັ້ງທີ 4 ຊຸດທີ 11
ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ເປັນ​ປະທານ​ກອງ​ປະຊຸມ  (ພາບ: nguyenphutrong.net) (vovworld) – ກອງ​ປະຊຸມ​ທົ່ວ​ປະ​ເທດ​ຊາບ​ຊຶມ​ມະຕິ​ ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ “ບາງ​ບັນຫາ​ຮີບ​ດ່ວນ​​ໃນ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 27/2 ຢູ່​ຮ່າ​ໂນ້ຍ.        ຕໍ່​ໜ້າ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການໃນ​ສະພາບ​ການ​ໃໝ່, ຄຽງ​ຂ້າງ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​​ວຽກ​ງານ​ກໍ່ສ້າງ​ພັກ​ພວມ​ຍື່ນຢູ່​ຕໍ່ໜ້າ​ບັນດາ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ ​ແລະ ບັນດາ​ຂໍ້ຄົງຄ້າງ​ບໍ່​​ແມ່ນ​ໜ້ອຍ. ດັ່ງ​ນັ້ນ, ວຽກ​ງານກໍ່ສ້າງ​ພັກ, ປັບປຸງ​ພັກ​ຕິດ​ພັນ​ກັບ​ຊາຕາ​ກຳຂອງ​ຊາດ​ແມ່ນ​ຄວາມ​ເປັນຕາ​ຍຂອງ​ທັງລະບົບ​ການ​ເມືອງ. ພະນັກງານ​ບັນດາ​ອົງການ, ຈັດ​ຕັ້ງ​ພັກ​ຈາກ​ຂັ້ນ​ສູງ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ​ຕ້ອງ​ເປັນ​ແບບຢ່າງ, ສະໜິດ​ຕິດ​ພັນ​ກັບ​ປະຊາຊົນ. ຄວາມ​ສຳຄັນ ​ແລະ ລັກສະນະ​ຮີບ​ດ່ວນ​ຂອງ​ບັນ​ຫາ​ກໍ່ສ້າງ, ປັບປຸງ ພັກ ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ​ເປັນ​ແກ່ນ​ສານ​ຕັດສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່​ປະ​ເທດ​ຊາດ.ກອງ​ປະຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ​​ໃນຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ຊຸດ​ທີ 11 ພ້​ອມກັບ​ການນຳ​​ຂອງ​ທຸກໆ​​ອົງການຂັ້ນ​ສູນ​ກາງ.  ທີ່​ວາລະ​ໄຂກອງປະຊຸມ, ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ໄດ້​ຕາງໜ້າ​ໃຫ້​ກົມ​ການ​ເມືອງ​ເຜີຍ​ແຜ່, ຊາບ​ຊືມມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4  ​ແລະ​ ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງກ່ຽວ​ກັບການ​ປະຕິບັດ​ມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 . ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:ມະຕິຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 4 ​ໄດ້​ສຸມ​ໃສ່ 4 ບັນຫາ​ອັນ​ຮີບ​ດ່ວນ. ທີ 1 ​ແມ່ນ, ສະກັດ​ກັ້ນ, ຍູ້​ສະພາບ​ການ​ເຊື່ອມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິດ​ຂອງ​ພະນັກງານ, ສະມາຊິກ​ພັກ​ໃນພາກສ່ວນ​ບໍ່​ໜ້ອຍ, ​ໂດຍ​ສະ​ເພາະ​ແມ່ນ​ພະນັກງານ​ຊີ້​ນຳ, ຄຸ້ມ​ຄອງ​ຂັ້ນຕ່າງໆ ​ແມ່ນ​ເນື້ອ​ໃນ​ທີ່​ເປັນ​ຈຸດ​ສຸມ, ມີ​ລັກ​ສະ​ນະຮີບດ່ວນ. ທ່ານ​ເລຂາ​ທີ​ການ​ໃຫ່ຍ ຫງວຽນ​ຟູ​ຈ້ອງ ​ໃຫ້​ຮູ້​ວ່າ:   “
TAG
ມະຕິສູນກາງພັກ ຄັ້ງທີ 4 ຊຸດທີ 11

More