ລາວແລະໄທເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື
27/11/2014 05:50
ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ແລະ ຄະນະຜູ້ແທນລັດຖະບານປະເທດນີ້ໄດ້ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ລາວ ເພື່ອແນໃສ່ປັບປຸງການພົວພັນກັບປະເທດບ້ານໃກ້ເຮືອນຄຽງນີ້

ພາບປະກອບ (vovworld) – ວັນທີ 26/11, ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ແລະ ຄະນະຜູ້ແທນລັດຖະບານປະເທດນີ້ໄດ້ໄປຮອດນະຄອນຫຼວງ ວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ລາວ ເພື່ອແນໃສ່ປັບປຸງການພົວພັນກັບປະເທດບ້ານໃກ້ເຮືອນຄຽງນີ້. ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ແລະ ຄູ່ຕຳແໜ່ງ ໄທ ປຣາຢຸດ ຈັນໂອຈາ ເຫັນດີເປັນເອກະສັນເພີ່ມທະວີ ແລະ ເຮັດໃຫ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ 2 ປະເທດເລິກເຊິ່ງກ່ວາອີກ ເພື່ອແນໃສ່ກະກຽມໃຫ້ການສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ ໃນປີ 2015. 2 ຝ່າຍກໍ່ເຫັນດີເປັນເອກະສັນສືບຕໍ່ສຳຫຼວດ ແລະ ກຳນົດເຂດຊາຍແດນ, ຮ່ວມມືແຮງງານ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ບຸກຄະລາກອນ ແລະ ພັດທະນາພື້ນຖານໂຄງລ່າງ. ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄທ ໄດ້ເຂົ້າຢ້ຽມຂ່ຳນັບປະທານປະເທດ ລາວ ຈູມມະລີ ໄຊຍະສອນ ແລະ ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ້ ຕາມພິທີການທູດ.
TAG
vovworld/vov/ພົວພັນ/ມິດຕະພາບ
Related






