ບັ້ນການ​ຊ້ອມ​ຮົບ “​ສຳ​ພັນ​ທະ​ມິດ” (Koalicja 26.2), ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 9 – 22 ພະ​ຈິກ, ຢູ່ ​ໂປ​ໂລຍ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ນາຍ​ທະ​ຫານ​ປະ​ມານ 2.800 ຄົນທີ່​ມາ​ຈາກ 11 ປະ​ເທດ (ອັງ​ກິດ, ຝ​ລັ່ງ, ແບນ​ຊິກ, ແອັດ​ໂຕ​ເນຍ, ເຢຍ​ລະ​ມັນ, ລິດ​ວາ, ໂຮນ​ລັງ, ແອັດ​ສະ​ປາຍ, ຊູ​ແອັດ, ຕວັກ​ກີ ແລະ ໂປ​ໂລຍ). ປະ​ຕິ​ກະ​ຕິ​ລ​າ​ຕໍ່​ການ​ຊ້ອມ​ຮົບ​ນີ້, ທ່ານ​ນາງ Maria Zakharova ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ຖື​ວ່າ ຝ່າຍ​ຕາ​ເວັນ​ຕົກ ​ສືບ​ຕໍ່​ບໍ່​ສົນ​ໃຈ​ຕໍ່​ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ອັນ​ຊອບ​ທຳ​ຂອງ ລັດ​ເຊຍ ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ພວມເຮັດ​ໃຫ້​ສະ​ພາບ​ການ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ຕາມ​ທ່ານ​ນາງ​ແລ້ວ, ການ​​ຈັດ​ສົ່ງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຕ່າງ​ປະ​ເທດໄປ​ຍັງ ​ຢູ​ແກຼນ ແມ່ນ​ບໍ່​ສາ​ມາດຍອມ​ຮັບ​ໄດ້ ແລະ ກ່າວ​ເຕືອນ​ວ່າ ບັນ​ດາ​ກົມ​ກອງ​ທະ​ຫານ​ຕ່າງ​ປະ​ເທດທີ່​ມີ​ໜ້າ​ຢູ່​ຢູ​ແກຼນ​ຈະ​ຖື​ກຳ​ລັງ​ປະ​ກອບ​ອາ​ວຸດ ລັດ​ເຊຍ ຖື​ວ່າ​ແມ່ນ​ເປົ້າໝາຍ​ການ​ທະ​ຫານ​ແບບ​ຜິດ​ກົດ​ໝາຍ.