ລັດເຊຍ ແລະ ຍີ່ປຸ່ນຮ່ວມມືກັນ ເພື່ອຮັບມືກັບເລື່ອງ ສປປ ເກົາຫລີ ຍິງດາວທຽມ
08/12/2012 09:19
ວັນທີ 7/12, ຍີ່ປຸ້ນ ແລະ ລັດເຊຍ ໄດ້ຕົກລົງຮ່ວມມືຢ່າງແຫນ້ນແຟ້ນເພື່ອຮັບມື ກັບເລື່ອງ ສປປ ເກົາຫລີ ຄາດວ່າຈະຍິງດາວທຽມ

ພາບປະກອບ:internet (vovworld) - ວັນທີ 7/12, ຍີ່ປຸ້ນ ແລະ ລັດເຊຍ ໄດ້ຕົກລົງຮ່ວມມືຢ່າງແຫນ້ນແຟ້ນເພື່ອຮັບມື ກັບເລື່ອງ ສປປ ເກົາຫລີ ຄາດວ່າຈະຍິງດາວທຽມໃນເວລາແຕ່ວັນທີ 10 - 22/12 ຈະມາເຖິງ ຊຶ່ງແມ່ນການກະທຳທີ່ເຮັດໃຫ້ຫລາຍປະເທດຖືວ່າແມ່ນການຍິງທົດລອງລູກສອນໄຟໄລຍະໄກ. ໃນວັນດຽວກັນ, ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ: ທ່ານ Shinsuke Sugiyama ຫົວຫນ້າກົມອາຊີ - ທະວີບໂອເຊອານີ ໄດ້ໂອ້ລົມທາງໂທລະສັບກັບທ່ານ Igo Morgulov ຮອງລັດຖະມົນຕີການຕ່າງປະເທດ ລັດເຊຍ ກ່ຽວກັບບັນຫາດັ່ງກ່າວ. ທ່ານ Sugiyama ຊີ້ແຈງວ່າ ຫລັກໝັ້ນຂອງຍີ່ປຸ່ນ ແມ່ນຮຽກຮ້ອງພຽງຢາງປະລະແຜນການຍິງດາວທຽມ. ສ່ວນລັດເຊຍ ໄດ້ຮຽກຮ້ອງ ສປປ ເກົາຫລີ ພິຈາລະນາຄືນຂໍ້ຕົກລົງຍິງທົດລອງລູກສອນໄຟ ແລະ ເນັ້ນຫນັກວ່າ ລັດເຊຍ ພ້ອມແລ້ວພ້ອມກັບບັນດາຄູ່ເຈລະຈາໃນການເຈລະຈາ 6 ຝ່າຍ ສືບຕໍ່ມານະພະຍາຍາມແກ້ໄຂບັນດາບັນຫາຢູ່ໃນແຫລມເກົາຫລີ.
TAG
ດາວທຽມ
Related






