ລັດເຊຍ,ອາເມລິກາເຫັນດີສືບຕໍ່ຈັດກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດກ່ຽວກັບບັນຫາຊີຣີ
15/01/2016 10:01
(vovworld)- ວັນທີ 14/1, ທ່ານ Seigei Lavrov, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແຫນ່ງ ອາເມລິກາ John Kerry

ທ່ານ Seigei Lavrovລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແຫນ່ງ ອາເມລິກາ John Kerry ພາບ:congly.com (vovworld)- ວັນທີ 14/1, ທ່ານ Seigei Lavrov, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລັດເຊຍ ແລະ ຄູ່ຕຳແຫນ່ງ ອາເມລິກາ John Kerry ໄດ້ໂອ້ລົມທາງໂທລະສັບ ແລະ ເຫັນດີ ຈະພົບປະກັນໃນວັນທີ 20/1 ຢູ່ Zurich ປະເທດສະວິດ ເພື່ອປຶກສາຫາລື ກ່ຽວກັບບັນດາບັນຫາສາກົນ, ໃນນັ້ນ ມີວິກິດການ ຊີຣີ. ກ່ອນຫນ້ານັ້ນມື້ຫນຶ່ງ, ການທາບທາມຄຳເຫັນສາມຝ່າຍ ລະຫວ່າງ ລັດເຊຍ, ອາເມລິກາ ແລະ ສປຊ ໄດ້ດຳເນີນໄປ ເພື່ອແນໃສ່ຊອກຫາມາດຕະການໃຫ້ບັນຫາ ຊີຣີ. ຕາມກະຊວງການຕ່າງປະເທດລັດເຊຍ ແລ້ວ, ບັນດາທັດສະນະທີ່ໄດ້ແລກປ່ຽນໃນການທາບທາມນີ້ ແມ່ນບັນດາບັນຫາກ່ຽວຂ້ອງເຖິງການເຈລະຈາສັນຕິພາບ ຂອງຊີຣິ ຊື່ງຄາດວ່າຈະດຳເນີນໃນວັນທີ 25/1 ຢູ່ ເຊີແນວ ປະເທດສະວິດ.
TAG
vovworld/ໂອ້ລົມທາງໂທລະສັບ
Related
More





