VOV WorldVOV World
ຮ່າ​ຕິງ​ຕ້ອງ​ກາຍ​ເປັນ​​ສູນແລກ​ປ່ຽນ​ຄ້າ​ຂາຍ​ຢູ່​ເຂດ​ຕອນ​ເໜືອ​ພາກ​ກາງ
21/04/2026 11:33
[VOVWORLD] - ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ທາງ​ແຂວງ ຮ່າ​ຕິງ​ສ້າງ​ຕັ້ງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ບຸກ​ທະ​ລຸ, ຖື​ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ​ແມ່ນ​ພື້ນ​ຖານ, ຖື​ມະ​ນຸດ​ເປັນ​ໃຈ​ກາງ.
ຮ່າ​ຕິງ​ຕ້ອງ​ກາຍ​ເປັນ​​ສູນແລກ​ປ່ຽນ​ຄ້າ​ຂາຍ​ຢູ່​ເຂດ​ຕອນ​ເໜືອ​ພາກ​ກາງ
21.4-am_chieu-16-ha_tinh-anh_2.jpg ທ່ານ​ເລ​ຂາ​ທິ​ການ​ໃຫຍ່,ປະ​ທານ​ປະ​ເທດ ໂຕ​ເລິມ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ​: VOV) ຮ່າ​ຕິງ​ຕ້ອງ​ກາຍ​ເປັນ​ສູນແລກ​ປ່ຽນ​ຄ້າ​ຂາຍ​ຢູ່​ເຂດຕອນ​ເໜືອ​ພາກ​ກາງ​ ນີ້​ແມ່ນ​ການ​ເນັ້ນ​ໜັກ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໃນ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ຮ່າ​ຕິງ ໃນ​ຕອນ​ບ່າຍ​ວັນ​ທີ 21 ເມ​ສາ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ສະ​ເໜີ​ທາງ​ແຂວງ ຮ່າ​ຕິງ​ສ້າງ​ຕັ້ງ​ຍຸດ​ທະ​ສາດ​ພັດ​ທະ​ນາ​ບຸກ​ທະ​ລຸ, ຖື​ການ​ເຕີບ​ໂຕ​ໂດຍ​ໄວ ແລະ ຍືນ​ຍົງ​ແມ່ນ​ພື້ນ​ຖານ, ຖື​ມະ​ນຸດ​ເປັນ​ໃຈ​ກາງ, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ແມ່ນ​ກຳ​ລັງ​ໜູນຫຼັກ​ແຫຼ່ງ, ຜັນ​ຂະ​ຫຍາຍ​ມະ​ຕິ​ເລ​ກທີ 57 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການ​ບຸກ​ທະ​ລຸ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເພື່ອ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ສະ​ມັດ​ຕະ​ພາບ​ໃນ​ການ​ອອກ​ແຮງ​ງານ. ທ່ານ​ຖື​ວ່າ: “ທາງ​ແຂວງ​ຕ້ອງ​ສືບ​ຕໍ່​ດຶງ​ດູດ​ການ​ລົງ​ທຶນ​ທີ່​ມີ​ການ​ຄັດ​ເລືອກ, ໃຫ້​ບຸ​ລິ​ມະ​ສິດດ້ານ​ອຸດ​ສາ​ຫະ​ກຳ​ພື້ນ​ຖານ, ເຕັກ​ໂນ​ໂລ​ຢີ​ສູງ, ພະ​ລັງ​ງານ​ສະ​ອາດ, ພ້ອມ​ທັງ​ພັດ​ທະ​ນາ​ບັນ​ດາ​ກຳ​ລັງ​ໜູນ​ໃໝ່​ຄື​ເສດ​ຖະ​ກິດ​ສີ​ຂຽວ,ເສດ​ຖະ​ກິດ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ທະ​ເລ. ພ້ອມ​ກັນ​ນັ້ນ, ຕ້ອງ​ສຸມ​ໃສ່​ລົງ​ທຶນ​ເຂົ້າ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ, ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ທ່າ​ໄດ້​ປຽບ​ຂອງ​ດ່ານ​ຊາ​ຍ​ແດນ​ສາ​ກົນ​ເກົ່າ​ແຈວ, ແລວ​​ເສດ​ຖະ​ກິ​ິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ, ໄທ ແລະ ພາກ​ພື້ນ, ນຳ​ຮ່າ​ຕິງ​ກາຍ​ເປັນ​ສູນແລກ​ປ່ຽນ​ຄ້າ​ຂາຍ​ສຳ​ຄັນ​ຂອງ​ເຂດ​ ຕອນ​ເໜືອ ພາກ​ກາງ​​ໂດຍ​ໄວ.”  
TAG
VOV/VOVWORLD/ຮ່າ​ຕິງ/ການ​ພັດ​ທະ​ນາ/ເສດ​ຖະ​ກິດ

More