ລັດເຊຍ,NATOບໍ່ທັນຮັດແຄບຄວາມບໍ່ລົງລອຍກັນ
08/02/2015 08:27
(vovworld)-ວັນທີ 7/2, ຢູ່ນອກກອງປະຊຸມປ້ອງກັນຄວາມສະຫງົບ Munich(ເຢຍລະມັນ), ທ່ານ Sergei Lavrov

ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ພາບ: vnexpress.net (vovworld)-ວັນທີ 7/2, ຢູ່ນອກກອງປະຊຸມປ້ອງກັນຄວາມສະຫງົບ Munich(ເຢຍລະມັນ), ທ່ານ Sergei Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ພົບປະກັບທ່ານ Jens Stoltenberg, ເລຂາທິການໃຫຍ່ NATO. ທີ່ການພົບປະ, ທ່ານ Stoltenberg ຢືນຢັນວ່າ: ຄຳຕັດສິນເປີດກວ້າງຄວາມສາມາດການທະຫານຂອງ NATO ຢູ່ເຂດຊາຍແດນທາງທິດຕາເວັນອອກ ແມ່ນລັກສະນະປ້ອງກັນເທົ່ານັ້ນ. ສ່ວນທ່ານ ລັດຖະມົນຕີການຕ່າງປະເທດລັດເຊຍ ຖືວ່າ: ນະໂຍບາຍເພີ່ມທະວີກຳລັງຄວາມສາມາດການທະຫານຂອງ NATO ກໍຄືການມີຫນ້າຂອງກຳລັງທະຫານ ແລະ ພື້ນຖານໂຄງລ່າງຂອງ NATO ຢູ່ທາງທິດຕາເວັນອອກ ລັດເຊຍ ພວມເຮັດໃຫ້ຄວາມເຄັ່ງຕຶງລະຫວ່າງສອງຝ່າຍເພີ່ມຂຶ້ນ. ກ່ຽວກັບວິກິດການ ຢູແກຼນ, ລັດເຊຍ ແລະ NATO ບໍ່ຮັດແຄບຄວາມບໍ່ລົງລອຍກັນ, ແຕ່ເຫັນດີຈະສືບຕໍ່ຮັກສາບັນດາການປຶກສາຫາລື.
TAG
vovworld/ຄວາມສະຫງົບ
Related





