ລັດຖະບານຈັດກອງປະຊຸມປະຈຳເດືອນ2/2014
28/02/2014 06:50
ຕອນເຊົ້າວັນທີ 28/2, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມນັດສາມັນປະຈຳເດືອນ 2...

ພາບປະກອບ (vovworld) – ຕອນເຊົ້າວັນທີ 28/2, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ເປັນປະທານກອງປະຊຸມນັດສາມັນປະຈຳເດືອນ 2, ເພື່ອແນໃສ່ຕີລາຄາສະພາບການເສດຖະກິດ - ສັງຄົມ ເດືອນ 2 ແລະ 2 ເດືອນຕົ້ນປີກໍ່ຄືປຶກສາຫາລືບາງບັນຫາສຳຄັນອື່ນໆອີກ. ໃນ 2 ເດືອນຕົ້ນປີ, ບັນດາກະຊວງ, ຂະແໜງການ, ທ້ອງຖີ່ນຕັ້ງໜ້າຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດ, ມະຕິຂອງລັດຖະບານ ແລະ ບັນດາຄຳສັ່ງຂອງລັດຖະບານກ່ຽວກັບການຮັບປະກັນລາຄາ, ຕະຫຼາດເປັນປົກກະຕິ, ບັນລຸໄດ້ບັນດາໝາກຜົນຕັ້ງໜ້າ. ດັດຊະນີລາຄາໃຊ້ສອຍໃນເດືອນ 2 ເພີ່ມຂຶ້ນ 0,55% ເມື່ອທຽບໃສ່ເດືອນກ່ອນ ແລະ ແມ່ນລະດັບຕຳ່ສຸດໃນຮອບເວລາ 10 ປີຜ່ານມາ. ການສົ່ງອອກສືບຕໍ່ເພີ່ມຂຶ້ນ, ການຜະລິດກະສິກຳສືບຕໍ່ພັດທະນາຊີວິດຂອງປະຊາຊົນ, ພິເສດແມ່ນຜູ້ມີຄຸນງາມຄວາມດີ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຂດຫ່າງໄກຊອກຫຼີກ ຕ້ອງໄດ້ຮັບຄວາມເອົາໃສ່ໃຈທັງດ້ານວັດຖຸ ແລະ ຈິດໃຈ. ກອງປະຊຸມໄດ້ຈັດຂຶ້ນໃນເວລາ 1 ວັນ, ບັນດາສະມາຊິກ ລັດຖະບານສຸມໃສ່ປຶກສາຫາລື ແລະ ສະເໜີບັນດາມາດຕະການເພື່ອແນໃສ່ຊີ້ນຳ, ບໍລິຫານພື້ນຖານເສດຖະກິດ ຕາມທິດທີ່ໄດ້ວາງອອກ, ກໍ່ຄືສຸມໃສ່ແກ້ໄຂບັນດາບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນເຊິ່ງກ່ຽວ ຂ້ອງເຖິງສະພາບໂລກລະບາດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ຕະຫຼາດ ແລະ ບາງບັນຫາສຳຄັນອື່ນອີກ.
TAG
vovworld/vov/ກອງປະຊຸມນັດສາມັນ
Related





