ລັດຖະມົນຕີການຕ່າງປະເທດອາເມລິກາເດິນທາງເຖິງອີຣັກປຶກສາຫາລືກ່ຽວກັບວິກິດການ
23/06/2014 11:42
vovworld)- ວັນທີ 23/6, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເດີນທາງເຖິງນະຄອນຫລວງ ແບກແດດ

ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ photo:hanoimoi.com (vovworld)- ວັນທີ 23/6, ທ່ານ John Kerry, ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເດີນທາງເຖິງນະຄອນຫລວງ ແບກແດດ ເພື່ອເຈລະຈາກັບບັນດາການນຳ ອີຣັກ ກ່ຽວກັບວິກິດການຢູ່ປະເທດນີ້. ຄາດວ່າ ທ່ານ John Kerry ຈະພົບປະ ແລະ ປຶກສາຫາລື ກັບທ່ານນາຍົກໃກ້ຈະພົ້ນຕຳແຫນ່ງ Nuri Al Maliki ກ່ຽວກັບສະພາບການການເມືອງ, ຄວາມສະຫງົບປອດໄພຢູ່ປະເທດນີ້. ນອກນັ້ນ ທ່ານ John Kerry ຈະພົບປະກັບປະທານສະພາແຫ່ງຊາດ Osama al Nujaifi ແລະ ບັນດາເຈົ້າຫນ້າທີ່ອື່ນຂອງ ອີຣັກ ກ່ອນທີ່ທ່ານໄປເຖິງ Arbil ເພື່ອເຈລະຈາກັບທ່ານ Masoud Barzani ການນຳເຂດນີ້.
TAG
vovworld/ວິກິດການ
Related





