ມາເລເຊຍໃກ້ຈະຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ
26/01/2015 10:17
(vovworld)- ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ(AMM Retreat) ດຳເນີນໄປແຕ່ວັນທີ 26-29/1 ຢູ່ ນະຄອນ Kota Kinabalu

ເມືອງເອກ Kota Kinabalu ກຽມພ້ອມໃຫ້ກອງປະຊຸມວົງແຄບ ລັດຖະມົນຕີການຕ່າງປະເທດອາຊຽນ ພາບ:baomoi.com (vovworld)- ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ(AMM Retreat) ດຳເນີນໄປແຕ່ວັນທີ 26-29/1 ຢູ່ ນະຄອນ Kota Kinabalu ເມືອງເອກລັດ Sabah ປະເທດ ມາເລເຊຍ. ກອງປະຊຸມດັ່ງກ່າວລວມມີກອງປະຊຸມຈັດກຽມຈຳນວນຫນຶ່ງ ຊື່ງລວມມີ: ກອງປະຊຸມຄະນະກຳມະການບັນດາຜູ້ຕາງຫນ້າປະຈຳ ອາຊຽນ, ກອງປະຊຸມເຈົ້າຫນ້າທີ່ອະວຸໂສ ອາຊຽນ(SOM) ແລະ ການປະຊຸມຫນຸ່ວຍປະຕິບັດງານສະພາປະສານງານ ອາຊຽນ ກ່ຽວກັບວິໄສທັດ ອາຊຽນຫລັງປີ 2015. AMM Retreat ແມ່ນກອງປະຊຸມເປີດສາກ ແລະ ກະກຽມເນື້ອໃນໃຫ້ແກ່ບັນດາກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມກ່ຽວຂ້ອງໃນປີ 2015 ທີ່ປະເທດມາເລເຊຍ ເປັນປະທານອາຊຽນ.
TAG
vovworld/ກອງປະຊຸມຈັດກຽມ
Related






