ມາເລເຊຍສວມບົດບາດຫລຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ
23/06/2014 08:42
(vovworld)- ຫນັງສືພິມ “The Star” ຂອງ ມາເລເຊຍ ສະບັບອອກວັນທີ 22/6 ລົງພິມບົດຕອບສຳພາດຂອງນັກຂ່າວ ສາດສະດາຈານ David Arase
ນາຍົກລັດຖະມົນຕີ ມາເລເຊຍ Najib Razak photo: internet (vovworld)- ຫນັງສືພິມ “The Star” ຂອງ ມາເລເຊຍ ສະບັບອອກວັນທີ 22/6 ລົງພິມບົດຕອບສຳພາດຂອງນັກຂ່າວ ສາດສະດາຈານ David Arase, ຜູ້ຊ່ຽວຊານຂະແຫນງການເມືອງສາກົນ - ມະຫາວິທະຍາໄລ ຫນານຫນີງ ປະເທດຈີນ, ຊື່ງແມ່ນສາຂາຫນຶ່ງຂອງ ມະຫາວິທະຍາໄລ Johns Hopkins ຂອງອາເມລິກາ ກ່ຽວກັບສະພາບຄວາມເຄ່ັ່ງຕຶງຢູ່ທະເລຕາເວັນອອກ. ສາດສະດາຈານ David Arase ຖືວ່າ: ມາເລເຊຍ ອາດຈະສວມບົດບາດສຳຄັນໃນການຫລຸດຜ່ອນຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ຕາມສາດສະດາ David Arase ແລ້ວ, ເພື່ອບັນເທົາໄພອາດຈະເກີດການປະທະກັນ, ບັນດາປະເທດ ສະມາຊີກ ອາຊຽນ ຊື່ງ ມາເລເຊຍ ຈະ ດຳລົງຕຳແຫນ່ງເປັນປະທານໃນປີຈະມາເຖິງ, ຄວນຊຸກຍູ້ການປຶກສາຫາລື ກ່ຽວກັບປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ກັບຈີນ.
TAG
vovworld/vov/ຂໍ້ກຳນົດການປະພຶດ
Related





