ມອບຫລຽນກາທີ່ລະນຶກເພື່ອສັນຕິພາບໃຫ້ແກ່ຮອງຫົວຫນ້າອົງການJICA
25/05/2012 10:04
ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດພິທີມອບຫລຽນກາທີ່ລະນຶກ “ເພື່ອສັນຕິພາບ ມິດຕະພາບ ລະຫວ່າງປະຊາຊາດ” ໃຫ້ແກ່ທ່ານ Masaei Matsunaga ຮອງຫົວຫນ້າອົງການຮ່ວມມືພັດທະນາຍີ່ປຸ່ນ (JICA) ປະຈຳ ຫວຽດນາມ
(vovword)- ວັນທີ 25/5 ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດພິທີມອບຫລຽນກາທີ່ລະນຶກ “ເພື່ອສັນຕິພາບ ມິດຕະພາບ ລະຫວ່າງປະຊາຊາດ” ໃຫ້ແກ່ທ່ານ Masaei Matsunaga ຮອງຫົວຫນ້າອົງການຮ່ວມມືພັດທະນາຍີ່ປຸ່ນ (JICA) ປະຈຳ ຫວຽດນາມ ຍ້ອນການປະກອບສ່ວນຂອງທ່ານກໍຄືອົງການ JICA ໃນໄລຍະຜ່ານມາທີ່ມີຕໍ່ການພັດທະນາລວມຂອງ ຫວຽດນາມ. ແຕ່ປີ 2009 ຮອດປີ 2012, ທ່ານ Matsunaga ໄດ້ມີການປະກອບສ່ວນຢ່າງຕັ້ງຫນ້າໃນການສ້າງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ຜ່ານການເຄື່ອນໄຫວຕ່າງໆຄື: ຜັນຂະຫຍາຍໂຄງການຮ່ວມມືຂອງ JICA, ຍູ້ແຮງໂຄງການສົ່ງຜູ້ອາສາສະໝັກຍີ່ປຸ່ນ ມາຫນູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດສາທາລະນະສຸກ, ສຸຂະພາບ, ພັດທະນາຊົນນະບົດ, ສອນພາສາ ຍີ່ປຸ່ນ, ຊ່ວຍເຫລືອເດັກພິການ. ທ່ານ Matsunaga ໃຫ້ຮູ້ວ່າ:
TAG
ທີ່ລະນຶກ
Related





