ມອບລາງວັນການແຂ່ງຂັນຊ່ວງເຮືອໃບອ້ອມຮອບໂລກໄລຍະທາງ “ດາຫນັງ-ການຄົ້ນຫາໃຫມ່ຂອງອາຊີ”
23/02/2016 09:28
(vovworld)- ຕອນຄ່ຳວັນທີ 22/2, ຄະນະກຳມະການປະຊາຊົນ ນະຄອນ ດາຫນັງ ໄດ້ສົມທົບກັບຄະນະຈັດຕັ້ງການແຂ່ງຂັນຊ່ວງເຮືອໃບ

ພິທີມອບລາງວັນການແຂ່ງຂັນຊ່ວງເຮືອໃບ ພາບ:nhandan.com (vovworld)- ຕອນຄ່ຳວັນທີ 22/2, ຄະນະກຳມະການປະຊາຊົນ ນະຄອນ ດາຫນັງ ໄດ້ສົມທົບກັບຄະນະຈັດຕັ້ງການແຂ່ງຂັນຊ່ວງເຮືອໃບອອ້ມຮອບໂລກ (Clippper Race 2015-2016) ຈັດຕັ້ງພິທີມອບລາງວັນໄລຍະທາງທີ 7 “ດາຫນັງ - ການຄົ້ນຫາໃຫມ່ຢູ່ ອາຊີ”. ນີ້ແມ່ນໄລຍະທາງທີ 7 ໃນຍອດຈຳນວນ 14 ໄລຍະທາງຂອງ Clippper Race 2015-2016. ຄະນະຈັດຕັ້ງໄດ້ມອບລາງວັນທີຫນຶ່ງໃຫ້ ທິມ Derry Londonderry Doire ມາຈາກ ໄອແລນເຫນືອ, ທິມ Garmin ແມ່ນໄດ້ຮັບລາງວັນທີ 2, ກອງ GREAT Britain ແມ່ນໄດ້ຮັບລາງວັນທີ 3. ທິມ ເຮືອໃບ ດາຫນັງ ຂອງຫວຽດນາມ ໄດ້ຮັບລາງວັນທີ 6. ທ່ານ ດັ້ງຫວຽດຢູງ, ຮອງປະທານຄະນະກຳມະການປະຊາຊົນ ນະຄອນ ດາຫນັງ ໃຫ້ຮູ້ວ່າ: “ຂ້າພະເຈົ້າປາດຖະຫນາວ່າ ການແຂ່ງຂັນຊ່ວງເຮືອໃບ Clipper ດ້ວຍຂອບຂະຫນາດທົ່ວໂລກ ໄປຜ່ານ 14 ທ່າກຳປັ່ນ ໃນ 6 ທະວີບແຕກຕ່າງກັນ ແລະ ການມີຫນ້າຂອງພວກເພື່ອນຢູ່ ນະຄອນ ດາຫນັງ ບໍ່ພຽງແຕ່ຊ່ວຍໂຄສະນາພາບພົດຂອງນະຄອນ ດາຫນັງ ເທົ່ານັ້ນ ຫາກນັບທັງວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມອີກດ້ວຍ. ການເຂົ້າຮ່ວມຂອງທິມເຮືອໃບນະຄອນດາຫນັງ ເປັນການພິສູດໃຫ້ເຫັນຄວາມປາດຖະຫນາຂອງປະເທດຫວຽດນາມ ແມ່ນຢາກໄດ້ເຊື່ອມຕໍ່ ແລະ ພົວພັນກັບໂລກ ດ້ວຍນ້ຳໃຈສັນຕິພາບ, ມິດຕະພາບ ພ້ອມກັນເປີດກາລະໂອກາດຮ່ວມມືພົວພັນແລກປ່ຽນ ແລະ ເພີ່ມທະວີບັນດາການເຄື່ອນໄຫວວັດທະນະທຳການພົວພັນກັບຕ່າງປະເທດ.” ການແຂ່ງຂັນຊ່ວງເຮືອໃບດັ່ງກ່າວໄດ້ຮັບຖືວ່າແມ່ນການທົດສອບຄວາມຫຍຸ້ງຍາກທີ່ສຸດໃນໂລກ. ດ້ວຍໄລຍະທາງຍາວປະມານ 40.000 ໄມທະເລ ແລະ ໃຊ້ເວລາໃນເກືອບຫນຶ່ງປີ, ການແຂ່ງຂັນລວມມີ 12 ທິມ ແລະ ເລີ່ມຕົ້ນຈາກທ່າເຮືອ St Katharine Dock ລອນດອນ ປະເທດອັງກິດ ເມື່ອວັນທີ 30/8/2015 ແລະ ຈະກັບຄືນເມືອ ລອນດອນ ໃນວັນທີ 31/7/2016.
TAG
vovworld/ຊ່ວງເຮືອໃບ
Related





