VOV WorldVOV World
ມີ​ນັບ​ພັນ​ຄົນ​ຢູ່ ອິດ​ສະ​ຣາ​ແອັນ ລົງ​ຖະ​ໜົນ​ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ
29/03/2026 11:46
(VOVWORLD) - ວັນທີ 28 ມີນາ, ມີຊາວ ອິດສະຣາແອັນ ນັບພັນຄົນໄດ້ລົງຖະໜົນແຫ່ຂະບວນປະທ້ວງຢູ່ຫຼາຍນະຄອນໃຫຍ່ ຄື Tel Aviv, Haifa ແລະ Jerusalem ແນໃສ່ຮຽກຮ້ອງຢຸດຕິການປະທະກັນ ແລະ ຊຸກຍູ້ບັນດາມາດຕະການສັນຕິພາບ.
ມີ​ນັບ​ພັນ​ຄົນ​ຢູ່ ອິດ​ສະ​ຣາ​ແອັນ ລົງ​ຖະ​ໜົນ​ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ
ບັນດາການແຫ່ຂະບວນປະທ້ວງມີຫົວຂໍ້ “ເພື່ອຊີວິດຂອງພວກເຮົາທຸກຄົນ”, ໂດຍສະຫະພັນຫຼາຍອົງການຈັດຕັ້ງສັງຄົມ ພ້ອມດ້ວຍອະດີດສະມາຊິກລັດຖະສະພາຈຳນວນໜຶ່ງປຸກລະດົມ. ນີ້ໄດ້ຮັບຖືວ່າແມ່ນກະແສແຫ່ຂະບວນປະທ້ວງດ້ວຍຂອບຂະໜາດໃຫຍ່ທີ່ຫາຍາກ ນັບແຕ່ເມື່ອສົງຄາມລະເບີດ, ດ້ວຍປະມານ 30 ຈຸດເຕົ້າໂຮມໃນທົ່ວປະເທດ, ນັບແຕ່ເຂດ Galilee ທາງທິດເໜືອ ຕະຫຼອດຮອດ Beersheba ຢູ່ທາງທິດໃຕ້. ບັນດາເຫດບຸກໂຈມຕີແຫ່ຂະບວນປະທ້ວງຖືກດຳເນີນໃນສະພາບການປະທະກັນລະຫວ່າງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ, ກໍຄືລະຫວ່າງ ອິດສະຣາແອັນ ແລະ ກຳລັງ ເຮັກໂບລາ ຢູ່ລີບັງ ພວມປີນຂັ້ນໄດ. ການເຂົ້າຮ່ວມຂອງບັນດາອະດີດສະມາຊິກລັດຖະສະພາ ແລະ ຫຼາຍອົງການຈັດຕັ້ງສັງຄົມໄດ້ຊີ້ໃຫ້ເຫັນວ່າ ຫາງສຽງຫຼາຍຄົນຢູ່ປະເທດນີ້ພວມນັບມື້ນັບໃຫ້ຄວາມສົນໃຈ ແລະ ສະແດງທັດສະນະຕໍ່ການຜັນແປທີ່ສັບສົນຂອງສົງຄາມໃນປັດຈຸບັນ./.
TAG
VOV/VOVworld/ແຫ່​ຂະ​ບວນ​ປະ​ທ້ວງ/ຄັດ​ຄ້ານ​ສົງ​ຄາມ​ແກ່​ຍາວ/ອິດ​ສະ​ຣາ​ແອັນ

More