ມີຜູ້ຫາຍສາບສູນກວ່າ 80 ຄົນ ໃນເຂດທະເລ ເມດີເຕຣາເນຍ
08/04/2026 08:48
[VOVWORLD] - ກ່ຳປັ່ນຂົນສົ່ງໂດຍສານຊາວອົບພະຍົບປະມານ 120 ຄົນ ເດີນທາງອອກຈາກເທດສະບານແຄມທະເລ Tajoura, ທາງທິດຕາເວັນຕົກສ່ຽງເໜືອ ລີບີ ໃນວັນທີ 05 ເມສາ ຖືກຂວ້ຳຍ້ອນນ້ຳເຂົ້າໃນເງື່ອນໄຂສະພາບອາກາດທີ່ປ່ຽນແປງກະທັນຫັນ.

ວັນທີ 07 ເມສາ, ອົງການ ຈັດຕັ້ງ ສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ສປຊ (IOM) ໃຫ້ຮູ້ວ່າ ກ່ຳປັ່ນຂົນສົ່ງ ໂດຍສານ ຊາວອົບພະຍົບປະມານ 120 ຄົນ ເດີນທາງ ອອກຈາກເທດສະບານແຄມທະເລ Tajoura, ທາງທິດຕາເວັນຕົກສ່ຽງເໜືອ ລີບີ ໃນວັນທີ 05 ເມສາ ຖືກຂວ້ຳຍ້ອນນ້ຳເຂົ້າ ໃນ ເງື່ອນໄຂ ສະພາບ ອາກາດທີ່ ປ່ຽນແປງກະທັນຫັນ . ຕາມອົງການ IOM ຂອງ ສປຊ ແລ້ວ, ກ່ອນໜ້ານັ້ນ, ມີກ່ຳປັ່ນການຄ້າ ແລະ ກ່ຳປັ່ນກູ້ຊີບໄດ້ກູ້ຊີວິດ 32 ຄົນ ແລະ ກຳລັງ ລາດຕະເວນທາງທະເລ ຂອງ ອີຕາລີ ໄດ້ສົ່ງຈຳນວນຄົນດັ່ງກ່າວໄປຍັງເກາະ Lampedusa, ຢູ່ພາກໃຕ້ ອີຕາລີ. IOM ໃຫ້ຮູ້ວ່າ ໃນຊຸມເດືອນຕົ້ນປີ 2026 ໄດ້ກາຍເປັນຈຸດເວລາວິນາດຕະກຳສຳລັບຜູ້ອົບພະຍົບຂ້າມທະເລ ນັບແຕ່ປີ 2014, ດ້ວຍຈຳນວນຜູ້ເສຍຊີວິດໄລ່ຮອດປັດຈຸບັນນີ້ ຢ່າງໜ້ອຍສຸດແມ່ນ 990 ຄົນ. ສະເພາະ ເຂດພາກ ກາງທະເລ ເມດີເຕຣາເນຍ ມີ 765 ຄົນເສຍຊີວິດ, ເພີ່ມຂຶ້ນ ປະມານ 150% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
TAG
VOV/VOVWORLD/ທະເລ ເມດີເຕຣາເນຍ/ຫາຍສາບສູນ/ອົບພະຍົບ
Related
More




