ມີວິສາຫະກິດ 230 ແຫ່ງ ເຂົ້າຮ່ວມງານຕະຫລາດນັດສິນຄ້າຫວຽດນາມມີຄຸນນະພາບສູງ
16/04/2014 08:38
(vovworld)-ສະມາຄົມວິສາຫະກິດຫວຽດນາມຜະລິດສິນຄ້າຄຸນນະພາບສູງ ໄດ້ໄຂງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງປີ 2014

ພາບປະກອບ:ອິນເຕີແນັດ (vovworld)-ຕອນຄຳ່ວັນທີ 15/4, ຢູ່ນະຄອນ ໂຮ່ຈິມີນ, ສະມາຄົມວິສາຫະກິດຫວຽດນາມຜະລິດສິນຄ້າຄຸນນະພາບສູງ ໄດ້ໄຂງານຕະຫລາດນັດສິນຄ້າຫວຽດນາມຄຸນນະພາບສູງປີ 2014. ນີ້ເປັນຄັ້ງທີ 18 ງານຕະຫລາດນັດດັ່ງກ່າວຖືກຈັດຂຶ້ນຢູ່ ນະຄອນ ໂຮ່ຈິມີນ. ເຂົ້າຮ່ວມງານຕະຫລາດນັດ ມີວິສາຫະກິດ 230 ແຫ່ງ ດ້ວຍຮ້ານວາງສະແດງ 700 ຮ້ານ. ຜູ້ອຸປະໂພກບໍລິໂພກມາງານຕະຫລາດນັດສາມາດຊື້ສິນຄ້າຄຸນນະພາບສູງ ດ້ວຍຫລາຍລາຍການສົ່ງເສີມການຄ້າ, ຫລຸດລາຄາເຖິງ 50% ແລະ ໄດ້ພົບປະແລກປ່ຽນໂດຍກົງກັບວິສາຫະກິດ, ຜູ້ຊ່ຽວຊານໃຫ້ຄຳປຶກສາກ່ຽວກັບຜະລິດຕະພັນ. ແລະກໍໃນຂອບເຂດງານຕະຫລາດນັດ, ເປັນຄັ້ງທຳອິດດຳເນີນລາຍການຝືກອົບຮົມກ່ຽວກັບການກໍ່ຮ່າງສ້າງຕົວ ໄດ້ເຕົ້າໂຮມບັນດາແບບຢ່າງດີເດັ່ນທີ່ມາຈາກ 8 ແຂວງ, ນະຄອນພາຍໃນປະເທດ. ນອກນັ້ນ ງານຕະຫລາດນັດຍັງມີການເຄື່ອນໄຫວຫລາຍຢ່າງ ດ້ວຍຫົວຂໍ້: ການປ່ຽນໃຫມ່ຫົວຄິດປະດິດສ້າງເພື່ອພັດທະນາແບບຍືນຍົງ. ງານຕະຫລາດນັດດັ່ງກ່າວຈະອັດລົງໃນວັນທີ 20/4.
TAG
vovworld/vov/ຄຸນນະພາບສູງ
Related






