ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11
11/01/2015 14:15
ຕອນເຊົ້າວັນທີ 11/1, ຄະນະບໍລິຫານງານສູນກາງໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເປັນປະທານກອງປະຊຸມ.

ມື້ເຮັດວຽກທີ 7 ຂອງກອງປະຊຸມຄັ້ງທີ 10 ຄະນະບໍລິຫານງານສູນກາງພັກຊຸດທີ 11 (vovworld) - ຕອນເຊົ້າວັນທີ 11/1, ຄະນະບໍລິຫານງານສູນກາງໄດ້ເຮັດວຽກຢູ່ຫໍປະຊຸມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງເປັນປະທານກອງປະຊຸມ. ຄະນະບໍລິຫານງານສູນກາງຮັບຟັງບົດລາຍງານກ່ຽວກັບໝາກຜົນແຫ່ງການລົງຄະແນນສຽງໄວ້ວາງໃຈຂອງຄະນະບໍລິຫານງານສູນກາງສຳລັບບັນດາທ່ານກຳມະການກົມການເມືອງ, ກຳມະການຄະນະເລຂາຊຸດທີ 11. ທ່ານໂຕຮູຍເຮື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງອ່ານໃບສະເໜີຂອງກົມການເມືອງກ່ຽວກັບເລື່ອງເລືອກຕັ້ງເພີ່ມກຳມະການຄະນະກຳມະການກວດກາສູນກາງຊຸດທີ 11. ທ່ານ ໂງວັນຢຸ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງອ່ານໃບສະເໜີຂອງກົມການເມືອງກ່ຽວກັບເລື່ອງພິຈາລະນາແກ້ໄຂຮ້ອງຟ້ອງປະຕິບັດວິໄນພັກ. ຄະນະບໍລິຫານງານສູນກາງພັກໄດ້ເລືອກຕັ້ງກຳມະການຄະນະກຳມະການກວດກາສູນກາງຊຸດທີ 11 ເພີ່ມຕື່ມອີກ 8 ທ່ານ, ລົງມະຕິຮັກສາຮູບການປະຕິບັດວິໄນພັກໄວ້ຄືຂໍ້ສະເໜີຂອງກົມການເມືອງ. ຕອນບ່າຍ, ຄະນະບໍລິຫານງານສູນກາງເຮັດວຽກຢູ່ໜ່ວຍ, ປຶກສາຫາລືກ່ຽວກັບແຜນຮ່າງວາງແຜນກຳນົດພັດທະນາ ແລະ ຄຸ້ມຄອງສື່ມວນຊົນທົ່ວປະເທດເຖິງປີ 2025.
TAG
vov/vovworld
ກອງປະຊຸມສູນກາງ
Related





